Glamour ໃນພາສາອັງກິດມີຄວາມໝາຍວ່າ: ຄວາມງົດງາມຫຼູຫຼາ, ມີສະເໜ່ ແລະ ມີພາບລັກທີ່ດູດີຊວນດຶງດູດໃຈເປັນພິເສດ, “ຕິດແກຣມ” ຄຳໆນີ້ແມ່ນຫຼາຍຄົນຄົງຈະເຄີຍໄດ້ຍິນຜ່ານໂຊຊ້ຽວມີເດຍ ຫຼື ການລົມກັນຂອງບັນດາກຸ່ມໝູ່ເພື່ອນມາ. ລັກສະນະຂອງການຕິດແກຣມບໍ່ໄດ້ສື່ຄວາມໝາຍພຽງແຕ່ການໃຊ້ຈ່າຍເພື່ອຄວາມຫຼູຫຼາແຕ່ພຽງຢ່າງດຽວ ແຕ່ຍັງກ່ຽວຂ້ອງກັບການສ້າງພາບລັກທີ່ສວຍງາມ, ດູດີ ແລະ ມີສະໄຕລ໌ໃນທຸກໆດ້ານ ລວມເຖິງການແຕ່ງກາຍ, ການແຕ່ງໜ້າ, ການເຂົ້າສັງຄົມ, ການທ່ຽວ ຫຼື ການໃຊ້ຊີວິດ, ການໃຊ້ຈ່າຍທີ່ຟຸ່ມເຟື່ອຍເປັນທີ່ຍອມຮັບໃນສັງຄົມ. ຖ້າຫາກວ່າການຕິດແກຣມແຕ່ເງິນໃນບັນຊີລົບເດພວກເຮົາຈະເຮັດແນວໃດດີ?...
ການທີ່ເຈົ້າເປັນຄົນໃຈດີ ແລະ ມັກຊ່ວຍເຫຼືອຄົນອື່ນນັ້ນຖືວ່າເປັນສິ່ງທີ່ດີ, ແຕ່ຖ້າມັນຫຼາຍເກີນໄປຈົນບໍ່ມີໃຜເກງໃຈເດເພາະມັນໄດ້ເລີ່ມສ້າງຄວາມລຳບາກເພີ່ມຕື່ມໃຫ້ເຈົ້າຈົນທົນບໍ່ໄຫວແລ້ວ. ແຕ່ສຸດທ້າຍກໍປະຕິເສດບໍ່ໄດ້ເພາະຮູ້ສຶກຜິດເຮັດໃຫ້ຕັດສິນໃຈຊ່ວຍທຸກຄັ້ງ. ໃຜທີ່ເປັນຄົນປະເພດ “People Pleaser ຫຼື ໂດຍ ເຮັດໄດ້ໝົດ, ໂອເຄ ດຽວເຮັດໃຫ້” ເຈົ້າຕ້ອງຢຸດອ່ານກ່ອນເລີຍເດີ. ເພາະການເປັນຄົນທີ່ອີ່ຫຍັງກະໄດ້, ຂີ້ເກງໃຈໃຜຂໍຫຍັງມາກໍເຮັດໃຫ້ໝົດ, ເພາະເປັນຄົນມັກຊ່ວຍເຫຼືອຄົນອື່ນບາງຄັ້ງມັນກໍເກີນໂຕຫຼາຍເກີນໄປ ແລະ ອາດຈະຝືນຕົວເອງໄປຫຼາຍກໍຍອມໄປກ່ອການນຈົນເຮັດໃຫ້ຕົວເອງລຳບາກເອງ. ການຢຸດເປັນຄົນແບບ People Pleaser ຫຼຶ...
ຄໍາວ່າ ” Chronically Single ຫຼື ໂສດຊໍາເຮື້ອ” ແມ່ນໃຊ້ເພື່ອອະທິບາຍສະຖານະຂອງການເປັນໂສດມາເປັນເວລາດົນ, ມັນອາດຈະມີສາເຫດມາຈາກຫຼາຍປັດໃຈເຊັ່ນ: ການເລືອກຢູ່ເປັນໂສດໂດຍບໍ່ຮູ້ສຶກກົດດັນຈາກສັງຄົມ, ຍັງບໍ່ພົບຄົນທີ່ຮູ້ສຶກວ່າແມ່ນ ຫຼື ຢ້ານທີ່ຈະເປີດໃຈ ແລະ ເລີ່ມຕົ້ນຄວາມສໍາພັນໃໝ່. ສໍາລັບບາງຄົນການເປັນໂສດແບບຊໍາເຮື້ອມັນໄດ້ສ້າງຄວາມຮູ້ສຶກຂອງເຫງົາ ແລະ ໂດດດ່ຽວ ແຕ່ບາງຄົນອາດຈະມີຄວາມສຸກເພາະມັກຄວາມເປັນອິດສະຫຼະໃນການຢູ່ຄົນດຽວ. ສາເຫດທີ່ເຮັດໃຫ້ເປັນຄົນໂສດຊຳເຮື້ອກໍມີຫຼາກຫຼາຍປັດໄຈຫຼັກນຳກັນເຊັ່ນ: ມາດຕະຖານສູງ ແລະ ມີຄວາມຄາດຫວັງສູງ (ຈົນບໍ່ສາມາດຫາຄົນທີ່ກົງກັບຄວາມຄາດຫວັງໄດ້),...