ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ Mister Teen Laos 2025 ແລະ ຍັງເປັນເຈົ້າຂອງລາງວັນຊະນະເລີດແຂ່ງຂັນນັກຮ້ອງ ຂັ້ນນະຄອນຫຼວງ ປີ 2025. ຊັນເດ້ ເປັນຕົວຢ່າງຂອງໄວໜຸ່ມທີ່ກ້າທີ່ຈະກ້າວອອກຈາກເຂດສະດວກສະບາຍຂອງຕົນເອງ...