ການກັບມາຄັ້ງນີ້ຂອງນັດດາວໃນຄັ້ງນີ້ບໍ່ທຳມະດາອີກແລ້ວ ເອັມວີເພງມີຄວາມຊັບຊ້ອນໃນມຸມມອງການເລົ່າເລື່ອງແຕ່ກໍບໍ່ຍາກເກີນໄປທີ່ຈະຕີຄວາມໝາຍ ແລະ ເພງນີ້ຍັງໄດ້ ນິກ metallic ເຈົ້າຂອງເພງດັງໃນອະດີດຢ່າງເພງ ການເວລາ (2014) ແລະ ພຽງເຈົ້າ (2015) ມາຮ່ວມຖ່າຍທອດຄວາມຮູ້ສຶກຄວາມເຈັບປວດໃນຄວາມຮັກໃນເພງ “ເໝືອນຈະຜ່ານ”. “ຜ່ານມາແລ້ວທຸກເລື່ອງທຸກລາວຈະຮ້ອນຈະໜາວຂ້ອຍກໍ່ຜ່ານມາ ເຖິງແມ້ຈະແລກມາດ້ວຍນ້ຳຕາກໍຜ່ານມາແລ້ວ ຜ່ານມາແລ້ວທຸກຊ່ວງອາລົມທັງຂືນທັງຂົມ ຂ້ອຍຈົມກັບມັນຈົນເຖີງວັນນີ້ຂ້ອຍຍັງຈົດຈຳ ແລະ ຝັງໃນໃຈ” ເນື້ອຮ້ອງຈາກເພງ ເພງ “ເໝືອນຈະຜ່ານ”...