ຊ່າງສິນຝີມືດີຈາກຫຼວງພະບາງ ສ້າງຊື່ສຽງໃຫ້ປະເທດລາວດ້ວຍການຄວ້າລາງວັນ ປັກແສ່ວດິ້ງຄຳ ຊະນະເລີດອັນດັບ 1 ຂຶ້ນຮັບລາງວັນ “Youngest Artisan” ຈາກງານ ເທດສະການຫັດຖະກຳສາກົນ ຄັ້ງທີ 3 (III International Festival of Handicrafts). ລາວສາມາດເອົາຊະນະຜູ້ເຂົ້າແຂ່ງຂັນຈາກທົ່ວໂລກ ເຊິ່ງນີ້ເປັນອີກໜຶ່ງຄວາມພາກພູມໃຈຂອງຄົນລາວ.