ໃນໂລກນີ້ແຄ່ມີພຽງເຈົ້າກໍເກີນພໍ… DEKSAVAN ປ່ອຍເພງໃໝ່ທີ່ມີຊື່ວ່າ ‘PILL ແມ່ນເຈົ້າ’ ທີ່ໄດ້ຈັບໃຈຜູ້ຟັງດ້ວຍເນື້ອເພງແບບຫວານໆ ແລະ ຄວາມຫຼົງໃຫຼສຸດຫົວໃຈ, ພ້ອມຊວນທຸກຄົນມາຄົ້ນພົບສະເໜ່ ແລະ ຄວາມສົດໃສຂອງເພງໃໝ່ຫຼ້າສຸດນີ້ກັນ. ມ່ວນໄດ້ລອງເປີດຟັງທຳອິດ ພ້ອມສິ່ງທີ່ຄິດຂຶ້ນມາໃນຫົວແມ່ນນີ້ມັນເພງຈີບກັນຄັກໆ ໂດຍເນຶ້ອເພງໄດ້ບັນຍາຍເຖິງຄົນໆໜຶ່ງເຖິງຄວາມໜ້າຮັກ, ຄວາມຫຼົງໃຫຼທີ່ມີ ແລະ ໃນໂລກນີ້ບໍ່ເອົາໃຜແລ້ວເພາະໃຫ້ເຂົາໄປໝົດແລ້ວ. ໃນເອັມວີກໍໜ້າຮັກເຖິງວ່າຈະບໍ່ໄດ້ມີເລື່ອງລາວຊັບຊ້ອນ ແຕ່ກໍເຮັດໃຫ້ເຫັນເຖິງສະເໜ່ທີ່ບັນດານັກສະແດງ ແລະ ສິລະປິນມີ ເພາະວ່າມັນກໍສົດໃສສົມໄວ ແລະ...
ມື້ນີ້ມ່ວນມີເພງໃໝ່ມາແນະນຳໃຫ້ທຸກຄົນໄດ້ຟັງນຳກັນ ແລະ ຢາກບອກວ່າເປັນເພງສະໄຕລ໌ Hip-hop ທີ່ແຣັບເດືອດສຸດໆອີກເພງໜຶ່ງເລີຍ, ເພງ “Fly with Highbros” ເພງໃໝ່ຂອງ RGB ທີ່ໄດ້ GeniusFlow ມາຮ່ວມຮ້ອງ. RGB (Rangerbox DongDok Junior) ຫຼື Nobphon, ປັດຈຸບັນສັງກັດຢູ່ທີ່ຄ້າຍ Highbros Entertainment...