ພວກເຮົາຈະບໍ່ຕ້ອງທົນລຳຄານໃຈກັນອີກຕໍ່ໄປແລ້ວເມື່ອ Facebook ອອກນະໂຍບາຍໃໝ່ປັບປຸງໜ້າ Feed ເພື່ອຈັດການກັບໂພສທີ່ເປັນສະແປມ, ມີເປົ້າໝາຍເພື່ອຍົກລະດັບຄຸນນະພາບຂອງເນື້ອຫາພ້ອມສ້າງປະສົບການທີ່ດີຂອງຜູ້ໃຊ້ໃນແພລັດຟອມ ແລະ ເຮັດໃຫ້ແພລັດຟອມຍັງເປັນພື້ນທີ່ທີ່ເຮັດໃຫ້ໜ້າສົນໃຈສຳລັບຜູ້ໃຊ້ງານ. Meta ຖືກສ້າງຂຶ້ນເພື່ອເປັນສະຖານທີ່ທີ່ຜູ້ຄົນທີ່ໃຊ້ງານແພລັດຟອມສາມາດສະແດງອອກໄດ້ຢ່າງເສລີ. ເນຶ້ອຫາທີ່ເປັນສະແປມແມ່ນຖືວ່າເປັນອີກສ່ວນໜຶ່ງທີ່ເຮັດໃຫ້ພວກເຮົາຖືກຂັດຂວາງການຫຼິ້ນການເບິ່ງຜົນງານຕ່າງໆໃນໜ້າ Feed ຫຼື ຄວາມສາມາດໃນການສະແດງຄວາມເປັນຕົວເອງຂອງຜູ້ໃຊ້ຫຼາຍ Meta ຈຶ່ງອອກນະໂຍບາຍໃໝ່ມາເພື່ອຈັດການສະແປມເຫຼົ່ານີ້. 1. ຈຳກັດການເຂົ້າເຖິງຂອງບັນຊີທີ່ເຜີຍແຜ່ໂພສສະແປມ ບັນຊີທີ່ໃຊ້ກົນລະຍຸດເພື່ອຫຼອກລວງອັລກໍຣິທຶມເຊັ່ນ: ການໂພສຂໍ້ຄວາມບັນຍາຍຍາວເກີນໄປ, ໃຊ້ແຮັຊແທັກຫຼາຍເກີນ ຫຼື ໃສ່ຄຳບັນຍາຍທີ່ບໍ່ກົງກັບຮູບພາບ,...