“ແອບມັກຄົນມີແຟນເຮັດແນວໃດຈະໄດ້ສວມແຫວນ ເພາະວ່າເຈົ້າມີຄົນຄວງແຂນຢູ່ແລ້ວ” ເຈົ້າເຄີຍແອບມັກຄົນມີແຟນບໍ? ຖ້າໃຫ້ຮັກກໍບໍ່ແມ່ນແນວເປັນແບບນີ້ກໍເສົ້າແຫຼະນໍແບບນີ້. ມື້ນີ້ມ່ວນເລີຍມາຊວນທຸກຄົນມາລອງຟັງເພງຂອງສິລະປິນຈາກແດນໃຕ້ຄົນນີ້ກັນກັບເພງ “ແອບມັກຄົນມີແຟນ” ຈາກ Bao Seang ft. Ple B.D.A & ICESKY ທີ່ມີຈັງຫວະຟັງສະບາຍໆ ແລະ ແຕ່ເນື້ອຫາກໍເຈັບຢູ່ຄືກັນ. ເນື້ອຫາໃນເອັມວີກໍເຂົ້າໃຈງ່າຍບໍ່ມີຫຍັງຊັບຊ້ອນ, ເວົ້າເຖິງຄວາມສຳພັນທີ່ແອບມັກຍິງຄົນໜຶ່ງແຕ່ລາວມີແຟນຢູ່ແລ້ວໄດ້ແຕ່ແອບເບິ່ງຈິນຕະນາການວ່າຈະໄດ້ແຕ່ງງານກັນ. ໃຜທີ່ມັກຟັງເພງທີ່ຍ່ອຍງ່າຍ ແລະ ເອັມວີທີ່ບໍ່ມີຫຍັງຊັບຊ້ອນຕ້ອງໄດ້ລອງຟັງເພງນີ້ເດີ. ໂດຍ:...