ເຄີຍສັງເກດໂຕເອງບໍ່ວ່າເປັນຫຍັງເຮົາຈຶ່ງມັກເວົ້າດີກັບຄົນອື່ນ, ແຕ່ມັກສະແດງຄວາມໃຈຮ້ອນອອກມາເມື່ອຢູ່ກັບຄອບຄົວ ແລະ ຄົນທີ່ຢູ່ໃກ້ໂຕເຮົາ? ມື້ນີ້ມ່ວນຈະມາອະທິບາຍໃຫ້ຟັງວ່າ ເປັນຫຍັງເຮົາຈຶ່ງມີພຶດຕິກໍາແບບນີ້. ບາງຄົນອາດຈະມີທັດສະນະຄະຕິວ່າເຮົາຢູ່ກັບຄອບຄົວ ຫຼື ຄົນໃກ້ໂຕແລ້ວເຮົາຈະເຮັດຫຍັງກໍໄດ້, ເພາະເຮົາໝັ້ນໃຈວ່າພວກເຂົາຈະບໍ່ຖິ້ມເຮົາໄປໃສແນ່ນອນ, ໃນບາງເທື່ອກໍເປັນຍ້ອນວ່າພວກເຂົາເຮັດໃຫ້ເຮົາຮູ້ສຶກປອດໄພ ເລີຍສາມາດສະແດງນິໄສທີ່ແທ້ຈິງຂອງຕົນອອກມາ. ບາງຄົນກໍໄປເຈິເຫດການຕ່າງໆທີ່ບໍ່ດີຈາກນອກບ້ານ, ເລີຍເຮັດໃຫ້ເກີດມີພາວະເກັບກົດ ແລ້ວມາລະບາຍກັບຄົນຢູ່ບ້ານທີ່ອາດຈະເປັນຄອບຄົວ ຫຼື ຄົນຮັກ ໂດຍການສະແດງຄວາມໂມໂຫຮ້າຍອອກໄປ. ພຶດຕິກໍາເຫຼົ່ານີ້ ເປັນກົນໄກການປ້ອງກັນທາງຈິດໃຈທີ່ມະນຸດມີໂດຍທໍາມະຊາດ, ແຕ່ເນື່ອງຈາກວ່າຄວາມອົດທົນຂອງແຕ່ລະບຸກຄົນນັ້ນບໍ່ເທົ່າກັນ ກໍເລີຍມີການລະບາຍອາລົມຮ້າຍອອກມາໃສ່ຄົນໃນບ້ານຂອງຕົນເອງ. ແນ່ນອນວ່າ...