ໃນຄັ້ງໜຶ່ງເຮົາອາດຈະພົບເຫັນຄົນປະເພດເຮັດຕົວເປັນ “ສູນກາງຈັກກະວານ ຫຼື ໂລກໝຸນອ້ອມຕົວຂ້ອຍ” ການພົວພັນກັບຄົນປະເພດນີ້ເຮັດໃຫ້ເຮົາຮູ້ສຶກອຶດອັດບໍ່ສະບາຍໃຈເພາະມັກຖືກດູດພະລັງງານບວກໄປຈົນໝົດ, ໃຫ້ຢູ່ຫ່າງໆໄດ້ຍິ່ງດີ. ຜົນກະທົບຈາກການຖືກດູດພະລັງງານບວກແມ່ນຖືວ່າມີຜົນຮ້າຍຫຼາຍກວ່າທີ່ຄິດ, ເພາະພວກເຂົາເຫຼົ່ານີ້ມັກສ້າງບັນຍາກາດທີ່ເປັນພິດຜ່ານພຶດຕິກຳຂອງຕົນເອງຢ່າງບໍ່ຮູ້ໂຕເຮັດໃຫ້ຄົນທີ່ຢູ່ອ້ອມຂ້າງໄດ້ຮັບຜົນກະທົບເຕັມໆ. ແຕ່ຖ້າຫາກວ່າເຮົາຫຼີກລ່ຽງບໍ່ໄດ້ເພາະວ່າຄົນປະເພດນັ້ນອາດຈະມາໃນຮູບແບບຄົນສະໜິດຄື: ໝູ່ເພື່ອນ, ຍາດພີ່ນ້ອງ ຫຼື ຫົວໜ້າເຮົາ. ຈະມີວິທີຈັດການແນວໃດໃຫ້ບໍ່ມີບັນຫາ ແລະ ຫຼີກລ່ຽງການຂັດແຍ້ງໃຫ້ດີທີ່ສຸດ: 1. ສ້າງກົດ ແລະ ຕັ້ງຂອບເຂດຢ່າງຊັດເຈນ ທຸກຄົນມີຂີດຈຳກັດແຕກຕ່າງກັນ ແລະ ຮູ້ຂອບເຂດທີ່ຕົນເອງວ່າມີພື້ນທີ່ເທົ່າໃດ,...