ພະຍາດຊຶມເສົ້າ ຍັງຄົງເປັນໜຶ່ງໃນຄວາມເຈັບປ່ວຍທີ່ເຮົາຕ້ອງໄດ້ທຳຄວາມເຂົ້າໃຈກັນອີກຫຼາຍ ທີ່ວ່າແບບນັ້ນກໍເພາະວ່າ ໃນຫຼາຍໆຄັ້ງ ເມື່ອເກີດເຫດສະຫຼົດໃຈຂອງຜູ້ມີອາການດັ່ງກ່າວ ເຮົາຍັງເຫັນວ່າ ມີຫຼາຍຄຳເວົ້າທີ່ຍັງເປັນການຕຳໜິເຂົາເຈົ້າ ຫຼື ບາງຄຳເວົ້າກໍບໍ່ເໝາະທີ່ຈະໃຊ້ກັບຜູ້ທີ່ເປັນພະຍາດນີ້. ເພາະພະຍາດຊຶມເສົ້າເປັນຄວາມເຈັບປ່ວຍທັງທາງໃຈ ແລະ ກາຍ ພົບໄດ້ໃນຄົນທຸກເພດທຸກໄວ, ເຮົາກໍມີໂອກາດທີ່ຈະໄດ້ປະສົບພົບເຈິຜູ້ເປັນພະຍາດນີ້ໄດ້ຢູ່ອ້ອມໂຕເຮົາ ຫຼື ກະທັ້ງເຮົາເອງກໍອາດກາຍເປັນພະຍາດນີ້ໄດ້ເອງເຊັ່ນກັນ. ສະນັ້ນ ການຮຽນຮູ້ທີ່ວ່າສິ່ງໃດທີ່ເຮົາຄວນເວົ້າ ຫຼື ບໍ່ຄວນເວົ້າກັບເຂົາເຈົ້າ ກໍເປັນສິ່ງທີ່ຈຳເປັນທີ່ຮູ້ໄວ້ກໍບໍ່ເສຍຫາຍ ແຖມຍັງຊ່ວຍໃຫ້ຮູ້ວ່າຄຳເວົ້າ ຫຼື...