ຫຼາຍຄົນກໍຈະຄິດວ່າ ເນື້ອຄູ່ແມ່ນຄົນທີ່ຈະມາເປັນຄູ່ຊີວິດເຮົາ ເປັນຄົນຮັກທີ່ຈະຢູ່ນໍາກັນໄປຈົນແກ່ເຖົ້າ, ແຕ່ຄວາມຈິງແລ້ວເນື້ອຄູ່ມາໃນຫຼາຍຮູບແບບໂດຍສະເພາະແມ່ນໃນຮູບແບບໝູ່ສະນິດ. ຄົນທີ່ເຊື່ອໃນເລື່ອງເນື້ອຄູ່ແມ່ນຄົນທີ່ຊອກຫາ ‘ອີກເຄິ່ງໜຶ່ງ’ ຂອງຕົນເອງເພື່ອທີ່ຈະມາເຕີມເຕັມໃນສ່ວນທີ່ຮູ້ສຶກວ່າຂາດຫາຍໄປໃນຊີວິດ, ແລ້ວເຮົາຈະຮູ້ໄດ້ແນວໃດວ່າເນື້ອຄູ່ຂອງເຮົານັ້ນແມ່ນໃຜ? ເຮົາເຈິເຂົາແລ້ວບໍ່? ລອງອ່ານ 5 ສັນຍານນີ້ກັນເລີຍ. 1. ຮັບຮູ້ຄວາມສຸກ, ຄວາມທຸກຂອງກັນ ແລະ ກັນ ເຮົາ ແລະ ເຂົາຈະສາມາດຮັບຮູ້ຄວາມຮູ້ສຶກຂອງກັນ ແລະ ກັນໄດ້ແບບບໍ່ຕ້ອງພະຍາຍາມເລີຍ, ເວລາເຂົາທຸກເຮົາກໍຈະຮູ້ສຶກທຸກ,...