ໃນ ເທດສະການຄຳລາວ 2025 ທີ່ຈັດຂຶ້ນໃນລະຫວ່າງວັນທີ 5-7 ກັນຍາ 2025 ທີ່ຜ່ານມາ ໄດ້ສ້າງປະຫວັດສາດໃໝ່ໃຫ້ກັບວົງການຄຳຂອງລາວ ດ້ວຍການປະກວດອອກແບບເຄື່ອງປະດັບຄຳຄັ້ງທຳອິດ ເພື່ອຍົກລະດັບອຸດສາຫະກຳຄຳຂອງລາວໃຫ້ທຽບເທົ່າກັບມາດຕະຖານສາກົນ, ພ້ອມທັງອະນຸລັກເອກະລັກວັດທະນະທຳດັ່ງເດີມ. ການປະກວດຄັ້ງນີ້ຖືເປັນເວທີສຳຄັນທີ່ເປີດໂອກາດໃຫ້ນັກອອກແບບ ແລະ ຊ່າງຝີມືຄຳລາວໄດ້ສະແດງຄວາມສາມາດ ແລະ ແນວຄິດສ້າງສັນ. ຈຸດປະສົງຫຼັກແມ່ນການປະຍຸກຄວາມທັນສະໄໝເຂົ້າກັບລວດລາຍວັດທະນະທຳລາວ, ເພື່ອຍົກລະດັບການຜະລິດໃຫ້ແຂ່ງຂັນໄດ້ໃນຕະຫຼາດໂລກ, ສ້າງເຄືອຂ່າຍລະຫວ່າງຜູ້ປະກອບການ ແລະ ປູກຝັງຄວາມພາກພູມໃຈໃນມໍລະດົກຂອງຊາດ. ຜົນງານຜູ້ຊະນະທີ່ເຕັມໄປດ້ວຍເລື່ອງລາວ...