ZiXNA ນັກຮ້ອງ-Rapper ຜູ້ມີຄວາມສາມາດ ແລະ ຄວາມຝັນໃນການສ້າງຜົນງານດົນຕີທີ່ສະທ້ອນອາລົມ ແລະ ຄວາມຮູ້ສຶກຂອງຄົນຮຸ່ນໃໝ່ທີ່ກຳລັງໄດ້ຮັບຄວາມນິຍົມໃນ TikTok ຢ່າງຕໍ່ເນື່ອງ.
ເຊື່ອວ່າຫຼາຍໆຄົນທີ່ີຫຼິ້ນ TikTok ຄົງຕ້ອງເຄີຍໄດ້ຍິ່ນເພງນີ້ຜ່ານຫູກັນມາແນ່ ເພາະໃນທີ່ສຸດ Zixna ແລະ Ran_Dom ກໍໄດ້ປ່ອຍເພງເຕັມອອກມາແລ້ວ ຫຼັງຈາກທີ່ຖ້າຄອຍມາດົນກັບເພງເກົ່າເວີຊັນໃໝ່ມາໃນແນວແຣັປແບບໜ້າຮັກ “ຮອຍຍິ້ມຂອງເຈົ້າມັນຫວານໄປ” ທີ່ເປັນກະແສໃນຊ່ວງນີ້ ຈົນເຮັດໃຫ້ຊາວ TikTok ພາກັນນິຍົມໃຊ້ແຜນສຽງກັນທົ່ວບ້ານທົ່ວເມືອງ. ທີ່ຈິງແລ້ວເພງນີ້ໄດ້ຖືກປ່ອຍຄັ້ງທຳອິດເມື່ອ 8 ເດືອນທີ່ແລ້ວ ເດີມທີ່ຈະເປັນເວີຊັ້ນ Mixtape ຊຶ່ງເພງດັ້ງເດີມມາຈາກ:Trip – Elle Mai...