Wazabi ປ່ອຍເພງໃໝ່ “ສ່ວນເລິກຂອງຫົວໃຈ” ຜົນງານລຳດັບທີ 2 ຂອງພວກເຂົາ. ຫຼັງຈາກທີ່ປ່ອຍເພງທຳອິດ “ພົບຄົນທີ່ດີ” ອອກມາເມື່ອກາງປີ 2024 ເຊິ່ງຖືເປັນຜົນງານເປີດໂຕຂອງເຂົາເຈົ້າໃນຖານະສິລະປິນກຸ່ມ. ຈາກເພງທີ່ບອກໃຫ້ຄົນຮັກເກົ່າໄປເຈິກັບຄົນທີ່ດີໆ ແລະ ລືມເລື່ອງເກົ່າໆໄປໃຫ້ໝົດ, ກັບມາໃນຄັ້ງນີ້ ພວກເຂົາພາທຸກຄົນ ມາສຳຫຼວດສິ່ງທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງຄົນທີ່ກຳລັງຈະຈາກລາໃນຄວາມສຳພັນ. ວົງ Wazabi ປະກອບດ້ວຍສະມາຊິກ 6 ຄົນ ຄື:...