ເພງຈາກແຣັບເປີສາວພາກໃຕ້ທີ່ເວົ້າເຖິງການໃຊ້ສະຕິຢູ່ໃນໂລກອອນລາຍເວົ້າງ່າຍໆກໍຄືເພງ ສະຕິພາກສອງນັ້ນເອງ. ເພງນີ້ມີການປະສົມກັນລະຫວ່າງ beat trap ແລະ ດົນຕີພື້ນເມື່ອງລາວອີສານນັ້ນກໍເພາະວ່າ ໄດ້ Esan Ambient ສິລະປິນ ແລະ ໂປຣດິວເຊີ ຈາກຟັງໄທມາເປັນຜະລິດເພງໃຫ້ນັ້ນເອງບໍ່ແປກໃຈເລີຍທີ່ sound ອອກມາມີຄວາມປະສົມກັນລະຫວ່າງ ລາວ-ອີສານ. ເນື້ອຫາເພງນີ້ NAEMZ ຢາກສື່ໃຫ້ທຸກຄົນກ່ອນຈະເວົ້າ ຫຼື ໂພດຫຍັງໄປຄວນຄິດກ່ອນເພາະມັນອາດຈະສົ່ງຜົນກະທົບຫຼາຍກວ່າທີ່ຄິດ. ເປັນເພງບໍ່ມີພຽງຟັງໄປແລ້ວມ່ວນໄປນຳແຕ່ຍັງມີສາລະແຝງໃຫ້ສະກິດໃຈສາຍໂຊຊ້ຽວທຸກຄົນ....