ໃນຍຸກທີ່ເຕັກໂນໂລຊີປັນຍາປະດິດ (Artificial Intelligence ຫຼື AI) ກຳລັງກາຍເປັນໃຈກາງຂອງການພັດທະນາໃນລະດັບໂລກ, ລາວໄດ້ປັບປຸງລັດຖະທຳມະນູນສະບັບໃໝ່ ເຊິ່ງໃນນັ້ນ ມີການເພີ່ມຄຳວ່າ “ປັນຍາປະດິດ” ເຂົ້າໄປ. ການປ່ຽນແປງນີ້ສະແດງໃຫ້ເຫັນເຖິງຄວາມສົນໃຈໃນການສົ່ງເສີມວິທະຍາສາດ, ເຕັກໂນໂລຊີ, ແລະນະວັດຕະກຳ ທີ່ເປັນເລື່ອງທີ່ຫຼາຍປະເທດໃນໂລກໃຫ້ຄວາມສຳຄັນໃນປັດຈຸບັນ. ຕາມ ລັດຖະທຳມະນູນ ສະບັບປັບປຸງໃໝ່ 2025 ເຊິ່ງຫາກໍຖືກຮັບຮອງເອົາໂດຍກອງປະຊຸມສະພາແຫ່ງຊາດ ເມື່ອວັນທີ 20 ມີນາ...