**ໝາຍເຫດ: ບໍ່ມີການສະປອຍເນື້ອເລື່ອງທີ່ສຳຄັນ** ເຖິງວ່າຕອນນີ້ຮູບເງົາຜີ (?) ທີ່ມາແຮງທີ່ສຸດໃນຕອນນີ້ຈະເຂົ້າໂຮງມາໄດ້ເກືອບອາທິດແລ້ວ ແລະ ເຮົາອາດຈະເອົາມາເລົ່າຊ້າແດ່ແຕ່ກໍຢ່າເທາະ ກະຢາກເລົ່າເນາະ ເພາະຫາກໍມີເວລາໄດ້ໄປເບິ່ງມາ ເຜື່ອວ່າຈະຊ່ວຍຕັດສິນໃຈໄດ້ ສຳລັບຜູ້ທີ່ກຳລັງລັງເລວ່າຈະເບິ່ງ ຫຼື ບໍ່ເບິ່ງ. ແລະ ຖ້າມີຄົນຊວນໄປເບິ່ງ ແລ້ວເຮົາຢ້ານວ່າ ໂອ້ຍ ຜີຈະອອກມາຫຼອກຫຼອນຈົນເຮົາບໍ່ກ້າເບິ່ງ ຂໍບອກເລີຍວ່າ ນອກຈາກສຽງ ແລະ ພາບທີ່ຕັ້ງໃຈໃຫ້ເຮົາຕົກໃຈ ທີ່ເຫຼືອກໍເປັນການຕີກັນຢ່າງເມົາມັນລະຫວ່າງຜີ...
ມາຮອບເດິກອີກແລ້ວກັບຣີວິວໜັງຫຼັງເບິ່ງຈົບ. ຍອມຮັບວ່າໄດ້ເບິ່ງ ວິມານໜາມ ແບບໂຄ້ງສຸດທ້າຍອີ່ຫຼີ ຫຼາຍໆຄົນຄືຊິໄດ້ໄປເບິ່ງກັນມາໝົດແລ້ວ. ແຕ່ກໍຄືເກົ່າ ຂໍມາເລົ່າສູ່ທຸກຄົນຟັງ ແລະ ສາມາດແລກປ່ຽນມຸມມອງກັນໄດ້ກ່ຽວກັບເລື່ອງລາວທີ່ເກີດຂຶ້ນໃນເລື່ອງນີ້. ວິມານໜາມ ຜົນງານການກຳກັບຂອງ ບອສ ກູໂນ ເຊິ່ງຜູ້ຂຽນເອງກໍໄດ້ຕິດຕາມຜົນງານຂອງລາວມາກ່ອນ ຕັ້ງແຕ່ສະໄໝທີ່ເຮັດຊີຣີສ໌ເລື່ອງ ແປຮັກຂ້ອຍ ດ້ວຍໃຈເຈົ້າ (แปลรักฉันด้วนใจเธอ) ທີ່ເປັນເລື່ອງລາວກ່ຽວກັບ LGBTQ+ ຄືກັບເລື່ອງນີ້. ກ່ອນອື່ນຕ້ອງຂໍຍ້ອງໃນແງ່ຂອງຄວາມລະອຽດທີ່ເຮັດອອກມາ. ຕັ້ງແຕ່ຊີຣີສ໌...