ຮູ້ບໍ່ວ່າການມີແຟນເກົ່າຫຼາຍຄົນມີຜົນດີໃດ? ຫຼາຍຄົນອາດຈະມີຄວາມຄິດແບບລົບໆຕໍ່ຄົນທີ່ມີແຟນເກົ່າຫຼາຍໆ, ບາງຄົນກໍອາດຈະຄິດວ່າຄົນເຫຼົ່ານີ້ເປັນຈໍາພວກທີ່ເລືອກຄົນຮັກໃຫມ່ໄດ້ງ່າຍດາຍ ແຕ່ໃນຄວາມເປັນຈິງແລ້ວມັນບໍ່ແມ່ນເລີຍ. ການທີ່ເຮົາຜ່ານຄວາມສໍາພັນມາຫຼາຍຮູບແບບນັ້ນ ເຮັດໃຫ້ເຮົາມີປະສົບການຫຼາຍໃນດ້ານຄວາມຮັກ ແລະ ນີ້ກໍແມ່ນ 5 ຂໍ້ດີຂອງຄົນມີແຟນເກົ່າ: 1. ເຮັດໃຫ້ເຮົາເຂົ້າໃຈຄົນອື່ນຫຼາຍຂຶ້ນ ຄົນຜ່ານມາແລ້ວຜ່ານໄປໃນຊີວິດ ມັກຈະຖິ້ມບົດຮຽນອັນລໍ້າຄ່າໄວ້ໃຫ້ເຮົາສະເໝີ, ມະນຸດທຸກ ມີຈຸດທີ່ແຕກຕ່າງກັນຫຼາຍເຊິ່ງເຮັດໃຫ້ເຮົາໄດ້ຮຽນຮູ້ເພື່ອທີ່ຈະກຽມພ້ອມ ແລະ ເຂົ້າໃຈຄົນທີ່ຈະເຂົ້າມາໃນຄັ້ງຕໍ່ໄປ. 2. ບໍ່ຫຼົງເຊື່ອຄາລົມຄົມຄາຍງ່າຍໆ ກໍເພາະເຈິມາຫຼາຍແລ້ວ ຄົນເຮົາລ້ວນແຕ່ເຈັບແລ້ວຈື່, ບອກເລີຍວ່າຖ້າໃຜສິມາຕົວະກໍບໍ່ຫຼົງເຊື່ອງ່າຍໆດອກ...