ເມື່ອໝູ່ຊວນໄປກິນເຂົ້າຮ້ານອາຫານຫຼູ ຫຼື ລາຄາແພງແລ້ວເຮົາມີປັນຫາເລື່ອງເງິນແຕ່ບໍ່ຮູ້ຊິບອກແນວໃດ ຈະປະຕິເສດແນວໃດດີ? ຫຼື ຊວນກັນຈັດທຣິບໄປທ່ຽວແລ້ວມີໝູ່ບອກວ່າເງິນບໍ່ພ້ອມໄປກັນເລີຍ ເຮັດໃຫ້ໝູ່ໄປບໍ່ຄົບກັນ ກໍຈະມີຄວາມຮູ້ສຶກຜິດ ແລະ ເສຍດາຍໄປອີກ. ຖ້າເບິ່ງອີກມຸມໜຶ່ງເງິນບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບຄວາມສຳພັນຂະໜາດນັ້ນ ແຕ່ມັນກໍເປັນປັດໃຈໜຶ່ງທີ່ເຮົາຕ້ອງມີ ແລະ ຕ້ອງໃຊ້ ແຕ່ກໍບໍ່ໄດ້ໝາຍຄວາມວ່າຈະພ້ອມໃຊ້ຕະຫຼອດເວລາ. ຖ້າປະຕິເສດໄປເລີຍກໍຢ້ານໝູ່ເວົ້າໃຫ້ ຫຼື ເວົ້າໃສ່ ແລະ ອາດຈະມີການນ້ອຍໃຈ ຫຼື ຄຽດໄປເລີຍກະມີ, ຍ້ອນເຫດຜົນທີ່ວ່າໄດ້ນັດກັນໄວ້ແລ້ວ...