ມື້ນີ້ມ່ວນຈະພາມາຮູ້ຈັກກັນໃຫ້ຫຼາຍຂຶ້ນກັບນັກສະແດງສາວ “ທິດາວັນ ອຸດົມວິໄລ ຫຼື ຈີນ່າ” ປັດຈຸບັນ ອາຍຸ 23 ປີ, ຮັບບົດເປັນ ເນດ ໃນເລື່ອງ ສຸກໃຈ It’s Okay the series. ຈີນ່າ ຖືວ່າເປັນອີກຄົນໜຶ່ງທີ່ມີຄວາມສາມາດຫຼາກຫຼາຍເພາະລາວເປັນທັງນັກສະແດງ, ນັກຮ້ອງປະຈຳຮ້ານ Berlin, ພາສາລາວ,ໂກດັງ ແລະ...
ຫຼັງຈາກຕິດຕາມ ສຸກໃຈ It’s Okay the series ແລະ ໄດ້ພົບຕົວລະຄອນໜຶ່ງທີ່ມັກຈະຢູ່ໃນທຸກຊ່ວງເວລາກັບຕົວລະຄອນຫຼັກຄົນອື່ນໆໃນເລື່ອງ, ຖືວ່າເປັນຕົວລະຄອນທີ່ມີບົດບາດທີ່ສຳຄັນ ແລະ ບໍ່ເວົ້າເຖິງແມ່ນບໍໄດ້ເລີຍກັບ “ໂນ້ ບາຣິສຕ້າໜຸ່ມຈາກເມືອງຫຼວງພະບາງ”. ທີ່ຈະມີອາຫານທີ່ມັກກິນທີ່ສຸດຄືເຂົ້າປຽກເສັ້ນ. ໂນ້ ຜູ້ບ່າວໃຈດີມັກຊ່ວຍເຫຼືອຄົນອື່ນ, ດ້ວຍຄວາມຈິດໃຈດີເປັນຫ່ວງເປັນໄຍທຸກຄົນ, ຈຶ່ງເຮັດໃຫ້ ໂນ້ ເປັນທີ່ຮັກແພງຫຼາຍໃນເລື່ອງ ສຸກໃຈ It’s Okay...