ເຈົ້າເຄີຍຮູ້ສຶກແບບນີ້ບໍ່? ຜູ້ຂຽນຍັງຈື່ໄດ້ສະໄໝຮຽນຈົບໃໝ່ໆ ບັນຍາກາດຕອນຍ່າງເຂົ້າໄປໃນຫ້ອງສຳພາດວຽກດ້ວຍຄວາມຕື່ນເຕັ້ນ ແລະ ໝັ້ນໃຈ ແຕ່ພໍເຈິຄຳຖາມທຳອິດທີ່ອາດຈະບໍ່ໄດ້ຄິດມາກ່ອນເທົ່ານັ້ນແຫຼະ, ຄວາມໝັ້ນໃຈທີ່ເຄີຍມີ ກໍກັບໄປບ້ານເກົ່າຈົນໝົດ. ຖ້າເຈົ້າຢາກກຽມພ້ອມໃຫ້ຄົບເຄື່ອງ, ລອງກຽມ 3 ຂັ້ນຕອນສຳຄັນນີ້ ທີ່ຈະປ່ຽນຄວາມຕື່ນເຕັ້ນໃຫ້ເປັນໂອກາດສ້າງຄວາມປະທັບໃຈໃຫ້ກັບທີມ HR ທີ່ສຳພາດ ຫຼື ອາດຈະແມ່ນເຈົ້າຂອງບໍລິສັດທີ່ກຳລັງນັ່ງສຳພາດຢູ່ຕໍ່ໜ້າ. ເຂົ້າໃຈໂຕເອງ: ຈຸດເລີ່ມຕົ້ນຂອງຄວາມສຳເລັດ ໄປສຳພາດວຽກ ກໍບໍ່ຕ່າງຫຍັງກັບການທີ່ເຮົາກຳລັງຂາຍສິນຄ້າ ຫຼືວ່າ ເວົ້າອີກມຸມກໍແມ່ນຂາຍຄວາມສາມາດຂອງເຮົາໃຫ້ກັບຄົນອື່ນໄດ້....