ໄຂຂໍ້ສົງໄສວ່າເປັນຫຍັງຄົນມີຄູ່, ມີຊູ້, ມີແຟນ ຄືມັກຈັບມື, ເກາະແຂນ, ກອດ ແລະ ສໍາຜັດໂຕກັນທຸກຄັ້ງທີ່ມີໂອກາດ (ໜ້ອຍໜຶ່ງກະເອົາ) ເຊິ່ງພຶດຕິກຳເຫຼົ່ານີ້ນັ້ນລ້ວນແຕ່ເປັນສິ່ງທີ່ປົກກະຕິຫຼາຍສໍາລັບຄົນທີ່ມີຄວາມຮູ້ສຶກຫວານຊຶ້ງຕໍ່ກັນ. ການສໍາຜັດເປັນການສະແດງຄວາມຮັກທີ່ສໍາຄັນທີ່ສຸດຂອງມະນຸດ, ເຮົາສາມາດກຳນົດປະລິມານຄວາມຮັກຂອງເຮົາຜ່ານການສໍາຜັດໄດ້, ຖ້າທັງສອງຄົນສະໜິດກັນກັນທາງໃຈເທົ່າໃດ ການສໍາຜັດກໍຈະໃກ້ຊິດເທົ່ານັ້ນ. ໃນທາງວິທະຍາສາດເອີ້ນການສໍາຜັດເຫຼົ່ານີ້ວ່າ “ລະບົບປະສາດຮັບຄວາມຮູ້ສຶກທາງຮ່າງກາຍ” ເຊິ່ງໃນເວລາເຮົາຖືກສໍາຜັດ, ສະໝອງຈະປະມວນຜົນວ່າການສໍາຜັດນີ້ມີອັນຕະລາຍ, ມີຄວາມຮັກ, ຄວາມຝືນໃຈມານໍາ. ແລ້ວການສໍາຜັດໂຕຈາກຄົນທີ່ຮັກກັນດ້ວຍໃຈຈິງຈະສາມາດເຮັດໃຫ້ເຮົາເສບຕິດຄວາມສຸກຈາກອ້ອມກອດແຫ່ງຄວາມຈິງໃຈໄດ້. ມີງານວິໄຈບອກອີກວ່າ, ການສໍາຜັດໂຕແບບສກິນຊິບ...