ຕອນທີ່ເຮົາອາຍຸຍັງນ້ອຍ ເຮົາເຂົ້າໃຈວ່າຄົນອ້ອມໂຕເຮົາຈະຢູ່ນຳເຮົາໄປຕະຫຼອດ ຈົນລືມຄິດເຖິງ “ການຈາກລາ” ຈົນກະທັ້ງເລີ່ມໄດ້ຮູ້ຈັກຄົນຫຼາຍຂຶ້ນຈົນເຈິເຫດການ ໝູ່ສະໜິດຍ້າຍໄປຮຽນບ່ອນໃໝ່ ຫຼື ສັດລ້ຽງແສນຮັກໄດ້ເສຍ ຫຼື ຕາຍໄປ ເຮົາຈຶ່ງໄດ້ຮູ້ເຖິງລົດຊາດຂອງການຈາກລາເປັນຄັ້ງທຳອິດ. ຫຼັງຈາກນັ້ນ ແນ່ນອນວ່າ ເຮົາຈະໄດ້ພົບກັບການຈາກລາອີກຫຼາຍຄັ້ງ ແລະ ຫຼາຍຮູບແບບ ບໍ່ວ່າຈະເປັນ ເລີກລາກັບແຟນ, ຍ້າຍບ່ອນຢູ່, ຄົນໃນຄອບຄົວຈາກໄປໂດຍບໍ່ມີວັນກັບມາ ເຮັດໃຫ້ເຂົ້າໃຈວ່າ ການປ່ຽນແປງເກີດຂຶ້ນໄດ້ຕະຫຼອດເວລາ ແລະ...