ເລີ່ມເພງມາກໍຮູ້ສຶກວ່າຕິດຫູແລ້ວກັບເພງ “ສາວປັອບສະຕາ” ແຣັບເປີສາວນ້ອງໃໝ່ລາວໃຕ້ແດນຈຳປາສັກ, ທີ່ມີເອກະລັກຄືຄວາມໜ້າຮັກອາລົມດີຕາມສະໄຕລ໌ຄົນພາກໃຕ້. ໃນເນື້ອຮ້ອງກໍຍັງເວົ້າເຖິງຄວາມພູມໃຈ ແລະ ພັນລະນາເຖິງວັດທະນະທຳ, ສະຖານທີ່ຕ່າງໆທີ່ເປັນເອກະລັກຂອງຄົນລາວເຮົານຳອີກ. ເພງ ສາວປັອບສະຕາ ໄດ້ປະສົມປະສານການແຣັບ ແລະ ດົນຕີລາວຢ່າງ “ແຄນ ແລະ ພິນ” ດ້ວຍຈັງຫວະສະໜຸກສະໜານພ້ອມໃຫ້ທັງໃຫ້ຮູ້ສຶກທັງຢາກໂຍກເຕັ້ນ ແລະ ຟ້ອນ. ການແຣັບຂອງ NAEMZ ກໍຍັງຄົງເອກະລັກສຳນຽງ ແລະ...