ການເປັນຕົວເອງນັ້ນກໍຖືວ່າເປັນສະເໜ່ທີ່ມີລັກສະນະທີ່ໂດດເດັ່ນບໍ່ຄືໃຜ ແລະ ການທີ່ເຈົ້າຕ້ອງການທີ່ຈະຢາກເພີ່ມສະເໜ່ນັ້ນບໍ່ໄດ້ໝາຍຄວາມວ່າພວກເຮົາຈະຕ້ອງປ່ຽນແປງຕົວຕົນຂອງເຮົາ, ແຕ່ມັນເປັນການເພີ່ມສະເໜ່ໃຫ້ດີຂຶ້ນກວ່າເກົ່າ ແລະ ເປັນການເພີ່ມຄຸນສົມບັດທີ່ດີໃຫ້ຕົວເອງ, ເຮັດໃຫ້ຄົນອ້ອມຂ້າງຮູ້ສຶກດີທີ່ໄດ້ຢູ່ໃກ້ເຈົ້າ. ມື້ນີ້ມ່ວນກໍມີ 6 ສິ່ງດີໆທີ່ຢາກຈະແຊຣ໌ເພື່ອໃຜຕ້ອງການເພີ່ມສະເໜ່ໃຫ້ໜ້າສົນໃຈຂຶ້ນໃນທຸກໆສະຖານະການ, ບໍ່ວ່າຈະເປັນໃນງານສັງສັນ ຫຼື ການພົບເຈິກັບຄົນໃນສັງຄົມໃໝ່ໆ, ການສ້າງຄວາມສຳພັນທີ່ດີກັບຄົນອ້ອມຂ້າງທີ່ໃຜເຫັນກໍຢາກຈະເຂົ້າຫາ. 1. ການຟັງ ການຟັງຢ່າງຕັ້ງໃຈຈະເຮັດໃຫ້ຄົນທີ່ກຳລັງເວົ້າຢູ່ກັບເຮົາຮູ້ສຶກໄດ້ຖືກໄດ້ຮັບຄວາມສົນໃຈ ແລະ ມີຄຸນຄ່າ, ການທີ່ເຈົ້າຮັບຟັງໂດຍບໍ່ຂັດ ແລະ ເຂົ້າໃຈສິ່ງທີ່ອີກຄົນກຳລັງຕ້ອງການຈະສື່ສານເປັນສິ່ງສຳຄັນ ຖ້າເຈົ້າເປັນຜູ້ຟັງທີ່ດີກໍຈະໄດ້ຮັບຄວາມເຊື່ອໃຈ...