ເຄີຍບໍ່? ເວລາອົກຫັກແລ້ວໄປຫາຕັດຜົມ? ແລ້ວເປັນຫຍັງເວລາຜູ້ຍິງອົກຫັກແລ້ວຕ້ອງຕັດຜົມ ? ເຈົ້າເຄີຍບໍ່ເວລາອົກຫັກແລ້ວມັກຕັດຜົມ… ເຮົາມັກເຄີຍໄດ້ຍິນ ຫຼື ເຫັນການກະທຳເວລາຜູ້ຍິງອົກຫັກແລ້ວມັກໄປຕັດຜົມ, ແລ້ວເປັນຫຍັງຈຶ່ງຕ້ອງຕັດຜົມລະ ມີໃຜເຄີຍສົງໄສບໍ? ມື້ນີ້ເຮົາມີຄຳຕອບ ແລະ ຄຳອະທິບາຍໃຫ້ທຸກຄົນໄດ້ມາຮູ້ພ້ອມໆກັນ. ສຳລັບຄຳອະທິບາຍນັ້ນເຄີຍມີນັກຈິດຕະວິທະຍາໄດ້ເຄີຍພາຍາຍາມຫາຄຳຕອບສໍາລັບຄຳຖາມທີ່ວ່າເປັນເວລາອົກຫັກຜູ້ຍິງມັກຕັດຜົມ? ຄົນທຳອິດຄື Lisa Conception ຜູ້ໃຫ້ຄຳປຶກສາກ່ຽວກັບການອອກເດດ ແລະ ການສ້າງຄວາມສຳພັນ, ລາວໄດ້ໃຫ້ຄຳຕອບໄວ້ວ່າ: “ເຫດຜົນໜຶ່ງຄືການທີ່ເຮົາຕ້ອງການຈຳກັດຄົນທີ່ເຮົາເຄີຍເປັນ ຕອນທີ່ໄດ້ໃຊ້ເວລາຮ່ວມກັບອີກຄົນໃຫ້ໝົດໄປ...