ມື້ນີ້ຂໍພາໄປຮູ້ຈັກກັບເລື່ອງຊີວິດທີ່ເຕັມໄປດ້ວຍແຮງບັນດານໃຈຂອງ ພົງສະຫວັນ ແສງອາຄົມ ຊື່ຫຼິ້ນແມ່ນ ລິ້ວ ແຕ່ໝູ່ຂອງລາວເອີ້ນວ່າ ພົງ ໜຸ່ມບາຣິສຕາຈາກຊຳເໜືອທີ່ເຕີບໃຫຍ່ມາຈາກພາກໃຕ້ຂອງລາວ ຜູ້ທີ່ໃຊ້ທຸກໂອກາດໃນຊີວິດຢ່າງເຕັມທີ່ ດ້ວຍຄວາມເຊື່ອທີ່ວ່າ “ຊີວິດມີການປ່ຽນແປງຕະຫຼອດ ສະນັ້ນຕ້ອງເຮັດທຸກຢ່າງໃຫ້ສຸດຄວາມສາມາດ”. ພົງ ອາຍຸ 25 ປີ ເກີດທີ່ຊຳເໜືອ ແລະ ເຕີບໃຫຍ່ມາທ່າມກາງຄວາມສະຫງົບ, ທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ...