ເຮົາທຸກຄົນລ້ວນແຕ່ມີ “ສະຖານທີ່” ໃນໃຈ ບ່ອນທີ່ເຮົາສາມາດປິດປະຕູໜີຈາກຄວາມວຸ່ນວາຍແລ້ວໃຊ້ເວລາກັບຕົວເອງ. ສໍາລັບນັກສຶກສາສາວໄວ 20 ປີຄົນນີ້, ນ້ຳຫວານ ຫຼື ພອຍໄພລິນ ຫຼວງອາມາດ, ສະຖານທີ່ແຫ່ງນັ້ນບໍ່ພຽງແຕ່ເປັນບ່ອນທີ່ຊ່ວຍຢຽວຢາຈິດໃຈໃຫ້ສະຫງົບເມື່ອຮູ້ສຶກບໍ່ດີ, ແຕ່ຍັງເປັນບ່ອນທີ່ໄດ້ໃຊ້ເວລາຢູ່ກັບ “ຕົວຕົນ” ທີ່ແທ້ຈິງຂອງລາວຢ່າງເຕັມທີ່. ພອຍໄພລິນ ຫຼວງອາມາດ ຫຼື ນ້ຳຫວານ ປັດຈຸບັນອາຍຸ 20 ປີ ເປັນນັກສຶກສາປີທີ...