Highlights ເຈົ້າເຄີຍສັງເກດບໍ່? ເວລາເຮົາມີງານບຸນ, ງານດອງ ຫຼື ມື້ດີໆໃນຄອບຄົວ ໜຶ່ງໃນເມນູທຳອິດທີ່ເຮົາມັກຄິດຮອດກໍຄື ລາບ. ມັນບໍ່ແມ່ນພຽງແຕ່ຍ້ອນຄວາມແຊບເທົ່ານັ້ນ ແຕ່ຍ້ອນຊື່ຂອງມັນທີ່ພ້ອງກັບຄຳວ່າ ໂຊກລາບ ເຮັດໃຫ້ທຸກຄຳທີ່ເຮົາກິນເຂົ້າໄປ ເປັນຄືກັບການຮັບເອົາຄວາມເປັນສິລິມຸງຄຸນເຂົ້າມາໃນຊີວິດ. ໃນມື້ນີ້, ຄວາມພາກພູມໃຈຂອງເຮົາກຳລັງຈະກ້າວໄປອີກຂັ້ນ ເພາະລາບລາວໄດ້ຖືກນຳສະເໜີຂຶ້ນທະບຽນເປັນ ມໍລະດົກທາງວັດທະນະທຳຂອງມະນຸດຊາດ (UNESCO) ແລ້ວ ເຊິ່ງເຮົາຈະໄດ້ລຸ້ນຜົນນຳກັນໃນເດືອນກັນຍາ 2026 ນີ້. ແຕ່ກ່ອນຈະໄປຮອດຈຸດນັ້ນ,...