ເມື່ອເຮົາກຳລັງຢູ່ໃນຊ່ວງເວລາທີ່ຫົວໃຈບອບບາງ ຄວາມຮັກທີ່ບໍ່ມີຢູ່ຈິງກໍອາດກາຍເປັນສິ່ງທີ່ຄ່ອຍໆປອບໃຈເຮົາໄດ້. ມັນຄືກັບ “ຢາຫຼອກ (Placebo)” ທີ່ເຖິງແມ່ນບໍ່ມີສານອອກລິດແທ້, ແຕ່ຄວາມເຊື່ອທີ່ວ່າມັນຈະຊ່ວຍປິ່ນປົວກໍສາມາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໄດ້ຊົ່ວຄາວ. ຄວາມສຸກແບບປອມໆນີ້ເຮັດໃຫ້ເຮົາຫຼົງຢູ່ໃນພາບລວງຕາ, ຫຼົງຄິດວ່າຄວາມຮັກນັ້ນເປັນຄວາມຈິງ. ແຕ່ເມື່ອຄວາມຈິງຖືກເປີດເຜີຍ, ຄວາມສຸກນັ້ນກໍຫາຍໄປຢ່າງສິ້ນເຊີງ, ເຫຼືອໄວ້ພຽງຄວາມເຈັບປວດທີ່ຍິ່ງໃຫຍ່ກວ່າເກົ່າ. ເພງ “ຢາຫຼອກ (PLACEBO)” ຂອງ JENNY BELLA ແລະ SENJX ໄດ້ນຳສະເໜີຄວາມເລິກເຊິ່ງຂອງຄວາມເຈັບປວດຜ່ານບົດເພງໄດ້ຢ່າງຊັດເຈນ. ເພງນີ້ແມ່ນການຮ່ວມງານກັນລະຫວ່າງ JENNY...