ເກັ່ງ – ຫະຣິດ ບົວຍ້ອຍ ນາຍແບບ-ນັກສະແດງໜຸ່ມໜ້າໃໝ່ຂອງໄທ ທີ່ໜ້າຈັບຕາ ແຈ້ງເກີດຈາກຜົນງານຮູບເງົາຈາກຄ້າຍ GDH ເລື່ອງ ວິມານໜາມ ກັບບົດບາດສຸດເຂັ້ມຂຸ້ນໃນບົດຂອງ ຈິ່ງນະ ຈົນກາຍມາເປັນທີ່ເວົ້າເຖິງໃນໂລກອອນລາຍ. ນັກສະແດງຄົນນີ້ແມ່ນໃຜ, Muan ຈະພາທຸກຄົນໄປຮູ້ຈັກພ້ອມກັນ. ເກັ່ງ ຈົບການສຶກສາສາຂາວິຊາການສຶກສາ ຂະແໜງວິຊາພາສາໄທ ຈາກວິທະຍາໄລການສຶກສາ ມະຫາວິທະຍາໄລພະເຍົາ. ລາວເລີ່ມເປັນທີ່ຮູ້ຈັກຈາກຄລິບທີ່ເປັນກະແສໃນຂະນະທີ່ກຳລັງເຮັດໜ້າທີ່ເປັນຄູຝຶກສອນ ຈົນເຮັດໃຫ້ມີຜູ້ຕິດຕາມເປັນຈຳນວນຫຼາຍ....