ເປັນຫຍັງເຮົາຈຶ່ງຮຽກຮ້ອງໃຫ້ຄົນບາງຄົນກັບມາຕອນທີ່ເຂົາຈາກເຮົາໄປ? ທັງໆທີ່ຕອນນັ້ນເຮົາໝັ້ນໃຈວ່າມັນຈົບຢ່າງແນ່ນອນ, ຄຳຕອບທີ່ງ່າຍທີ່ສຸດໜ້າຈະເປັນ “ເຮົາຍັງບໍ່ສາມາດປ່ອຍວາງໄດ້”. ບໍ່ສາມາດປ່ອຍວາງໄດ້ໃນທີ່ນີ້, ກໍມີຫຼາຍປັດໄຈເຂົ້າມາກ່ຽວຂ້ອງໂດຍອາດຈະມີຄວາມຜູກພັນກັນຢູ່ເລິກໆ, ບາງຄົນຢ້ານທີ່ຈະຕ້ອງຢູ່ຄົນດຽວ, ສັບສົນໃນຕົວເອງ ຫຼື ເຫດຜົນອື່ນໆທີ່ມີການສຶກສາມາກໍຈະມີດັ່ງນີ້: ເຮົາມັກມີເລື່ອງທີ່ປະສົບຄວາມສຳເລັດຮ່ວມກັນ ເຊັ່ນ: ເຮົາຈະເຊົາສູບຢາໄດ້ສຳລັບຕອນຄົບກັບຄົນນີ້ ເຮັດໃຫ້ມັນມີຄວາມຊົງຈຳດີໆ ຮ່ວມກັນ ແລະ ເມື່ອຕ້ອງແຍກຍ້າຍກັນໄປ ຄວາມຊົງຈຳນັ້ນມັນດີເກີນກວ່າທີ່ຈະລືມ, ບາງເທື່ອເຮົາອາດຈະປະຊົດກັບໄປສູບອີກເທື່ອເພື່ອໃຫ້ເຂົາສົນໃຈ ແລະ ກັບມາຫາເຮົາອີກເທື່ອ. 2. ຄວາມຮັກເທື່ອນີ້ມັນເຕີມເຕັມ...