ໜ້າຫຼັກ The Crown Exclusive Crown Talk ຄິງຄອງ: ສະເໜ່ໃນແບບຂອງໂຕເອງ ລັດຖະກອນຜູ້ທ້າທາຍຄວາມຝັນໃນເສັ້ນທາງນາຍແບບ
Crown TalkThe Crown Exclusive

ຄິງຄອງ: ສະເໜ່ໃນແບບຂອງໂຕເອງ ລັດຖະກອນຜູ້ທ້າທາຍຄວາມຝັນໃນເສັ້ນທາງນາຍແບບ

ຄິງຄອງ ລັດຖະກອນຫນຸ່ມຜູ້ມີສະເໜ່ ພ້ອມຄວາມຝັນທີ່ຈະກ້າວສູ່ເສັ້ນທາງນາຍແບບ ດ້ວຍຄວາມເຊື່ອມັ່ນໃນຕົວເອງ ແລະ ພ້ອມທີ່ຈະພັດທະນາໃນວົງການນາຍແບບ.

ແບ່ງປັນ

ມີໃຜເຄີຍຜ່ານຕາເຫັນໜຸ່ມຄົນນີ້ບໍ່? ຊ່ວງນີ້ທີມມ່ວນເອງໄດ້ຜ່ານຕາໄປເຫັນໜຸ່ມຄົນນີ້ທີ່ ດູດີ ຫຼໍ່ ເທ່ ມີສະເໜ່ ມີມາດ ມີຊົງ ຕາມສະໄຕລ໌ນາຍແບບ ຈົນໄດ້ຕິດຕາມ ແລະ ສອບຖາມຈຶ່ງໄດ້ຮູ້ລາວຫາກໍຈະເຂົ້າວົງການນາຍແບບ. ແນ່ນອນບໍ່ພາດທີ່ທາງທີມມ່ວນ ຈະພາໝູ່ໆທຸກຄົນໄປຮູ້ຈັກກັບລາວ ທີ່ໃຜເຫັນກໍຕ້ອງຫຼົງສະເໜ່ທັນທີ.

ແນະນຳໂຕໃຫ້ເຮົາຮູ້ຈັກແດ່

ຄິງຄອງ: ສະບາຍດີ ຄິງຄ໋ອງເດີ ຊື່ເເທ້ເເມ່ນ ລັດທະກອນ ເເສງສີລາທອງ ປັດຈຸບັນເຮັດວຽກເປັນພະນັກງານລັດຖະກອນ.

ສິ່ງທີ່ມັກເຮັດໃນເວລາວ່າງແມ່ນຫຍັງ?

ຄິງຄອງ: ເວລາວ່າງຫວາ? ຖ້າບໍ່ມີວຽກຫຍັງ ກໍມັກທີ່ຈະໄປອອກກຳລັງດ້ວຍການເຂົ້າຢິມ ໄປຟິດເນສຕາມເວລາທີ່ວ່າງ.

ເປັນຫຍັງຈຶ່ງເລືອກທີ່ຈະມາເປັນນາຍແບບ?

ຄິງຄອງ: ທີ່ນ້ອງໄດ້ຕັດສິນໃຈເລືອກເຂົ້າມາໃນວົງການນາຍແບບນີ້, ໜຶ່ງກໍຍ້ອນຢາກພັດທະນາ ແລະ ຊຸກຍູ້ໂຕເອງໃຫ້ໄປໄດ້ໄກເທົ່າທີ່ໂຕເຮົາຈະເຮັດໄດ້ ເເລະ ກໍເພື່ອຈະໄດ້ມີໂອກາດດີໆໃໝ່ໆເຂົ້າມາ ເໝືອນກັບເປັນການເປີດໂອກາດໃໝ່ໆໃຫ້ໂຕເອງນຳ.

ຜົນງານທີ່ຜ່ານມາມີຫຍັງແດ່ ເລົ່າສູ່ເຮົາຟັງແດ່

ຄິງຄອງ: ກ່ອນຈະເຂົ້າມາກໍ່ໄດ້ມີຜົນງານມາແດ່ແລ້ວ. ແຕ່ພໍເຮົາໄດ້ເຂົ້າມາໃນວົງການນາຍເເບບທີ່ຈິງຈັງ ກໍຮູ້ສຶກວ່າ ມັນເເມ່ນເຮົາເເທ້ໆໃດ. ເເຕ່ເຮົາກໍ່ຍັງໃໝ່ເເຮງໃນວົງການນີ້ ຍັງມີຫຍັງອີກຫຼາຍຢ່າງທີ່ຍັງຕ້ອງຮຽນຮູ້ ແລະ ພັດທະນາຂຶ້ນໄປອີກ.

ຖ່າຍແບບຄັ້ງທຳອິດເປັນແນວໃດ?

ຄິງຄອງ: ຖ່າຍເເບບຄັ້ງທຳອິດຫວາ? ເເນ່ນອນເລີຍເລື່ອງຄວາມຕື່ນເຕັ້ນ ກັບ ເລື່ອງການສະເເດງສີຫນ້າເເວວຕາ ເທື່ອທຳອິດກໍ່ເຮັດໄດ້ອອກມາຮູ້ສຶກບໍ່ດີເທົ່າທີ່ຄວນ ເເຕ່ເຮົາກໍ່ພະຍາຍາມເກັບກ່ຽວປະສົບການທີ່ໄດ້ຮັບມາເເຕ່ລະງານເພື່ອປັບປຸງພັດທະນາໃຫ້ດີກວ່າເກົ່າ.

ໂມເມັ້ນທີ່ມີຄົນມາທັກ ຫຼື ເອີ້ນເຮົາວ່ານາຍເເບບ ສຳລັບຕົວເອງເນາະກໍ່ຍັງບໍ່ຮູ້ສຶກວ່າເຮົາເປັນນາຍເເບບທີ່ເຕັມໂຕເທື່ອ ຄືເອື້ອຍໆອ້າຍໆໃນວົງການເນາະ ເພາະຍັງມີບາງຢ່າງທີ່ເຮົາຍັງບໍ່ໄດ້ໂຊວ໌ອອກມາໃຫ້ທຸກຄົນໄດ້ເຫັນເທື່ອ ເເລະ ບາງຢ່າງເຮົາກໍ່ຍັງບໍ່ກ້າສະເເດງອອກປານໃດຮູ້ສຶກວ່າຍັງອາຍ ຍັງເຂີນບໍ່ກ້າສະເເດງອອກ.

ແມ່ນຫຍັງຄືສິ່ງທີ່ທ້າທາຍທີ່ສຸດໃນການເປັນນາຍແບບ?

ຄິງຄອງ: ການເຂົ້າມາໃນວົງການນາຍແບບນີ້ເເມ່ນທ້າທາຍເເຮງ ເພາະນ້ອງດ້ວຍຄວາມເປັນຄົນທີ່ຂີ້ອາຍບໍ່ກ້າສະເເດງອອກ. ເເຕ່ສິ່ງນີ້ລະ ທີ່ເຮັດໃຫ້ນ້ອງຢາກທ້າທາຍຕົວເອງ, ຢາກທີ່ຈະກ້າວຂ້າມກຳເເພງນີ້ໃຫ້ໄດ້ ເພື່ອຈະພິສູດວ່າເຮົາສາມາດເປັນນາຍເເບບທີ່ມີຄວາມສາມາດໄດ້ຄືກັນ.

ຢາກລອງໄປປະກວດຊາຍງາມບໍ່?

ຄິງຄອງ: ມີຫຼາຍຄົນບອກວ່ານ້ອງຄວນໄປປະກວດເວທີຊາຍງາມ ແຕ່ສຳຫຼັບໃນຕອນນີ້ ນ້ອງຍັງບໍ່ມີຄວາມຄິດນັ້ນເທື່ອ ເພາະການປະກວດມັນໄກຈາກຕົວຕົນຂອງນ້ອງຫຼາຍ. ເວົ້າເລື່ອງຫຸ່ນແດ່, ຍັງເລື່ອງຄວາມສາມາດພິເສດອີກ, ທັງທັດສະນະຄະຕິ, ວິໄສທັດຕ່າງໆ. ເເຕ່ຖ້າຫາກວ່າມື້ໜຶ່ງທີ່ຕົວນ້ອງເອງມີຄວາມພ້ອມທີ່ຫຼາຍກວ່ານີ້ໃນອະນາຄົດກໍອາດຈະເປັນໄປໄດ້.

ອ່ານຕື່ມ:  ພຸດທະສອນ ພູນວິໄລ ຖືກແຕ່ງຕັ້ງເປັນ Miss Icon Laos 2025

ຖ້າທຽບກັບສັດ ຄິດວ່າໂຕເອງເປັນສັດຊະນິດໃດ?

ຄິງຄອງ: ທຽບກັບສັດຫວາ? ຄິດວ່າຕົວເອງເປັນເເມວ ດ້ວຍແບບທີ່ເປັນຄົນທີ່ຮັກຕົວເອງ ຮັກອິດສະລະ ເເລະ ກໍ່ຕາມໃຈຕົວເອງ ເເຕ່ບາງເທື່ອອາດເບິ່ງຄືຫຍິ່ງໆແດ່. ຍາມຕອນອາລົມດີກໍ່ຈະຂີ້ອ້ອນ ເເລະ ພິຖີພິຖັນ. ບາງຄັ້ງ ຄົນທີ່ເຂົາບໍ່ສະໜິດນຳອາດຄິດວ່າເຮົາປັນຄົນບໍ່ຈິງຈັງ ດ້ວຍຄວາມທີ່ເຮົາຮັກອິດສະລະ ເເລະ ກໍເປັນຕົວຂອງຕົວເອງສູງແດ່ ບວກກັບຂີ້ອາຍອີກກໍເລີຍຄິດວ່າເຮົາເປັນແມວນີ້ລະ ????

ມີຫຍັງຢາກຝາກບໍ່?

ຄິງຄອງ: ຜູ້ໃດສົນໃຈຢາກຕິດຕໍ່ ຫຼື ມີວຽກກໍສາມາດຕິດຕໍ່ໄດ້ເດີ້???? ສ່ວນໝູ່ເພື່ອນທີ່ເຂົ້າມາເຫັນ ກໍຝາກກົດໄລຄ໌ ກົດເເຊຣ໌ໃຫ້ກັນເເນ່ ບໍ່ເເມ່ນແຕ່ຊິເຍີ້ຍ ຫຼືເເຊວຢ່າງດຽວ ຮ່າຮ່າຮ່າ ຢອກໆ. ເອົາເປັນວ່າຢາກຝາກໃຫ້ແຟນໆເພຈມ່ວນຝາກຕິດຕາມ ແລະ ເປັນກຳລັງໃຈໃຫ້ກັນແນ່ເດີ້ ເທື່ອທີ່ຈະບໍ່ພາດຜົນງານໃນວົງການຂອງຄິງຄ໋ອງເດີ້

ແຈກວາບ

ຂຽນໂດຍ
Tonmai Phoutthasack -

ຄອນເທັນຄຣີເອເຕີ ສາຍອິນດີ້ ຜູ້ມັກໃນເລື່ອງເລົ່າທີ່ຫຼາຍຄົນເບິ່ງຂ້າມ

ບົດຄວາມທີ່ກ່ຽວຂ້ອງ

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຊັນເດ້ ທິນນະກອນ ເດັກຂີ້ອາຍໃນມື້ນ້ັນ ສູ່ Mister Teen Laos 2025 ໃນມື້ນີ້

ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ...

ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ

ນັບຕັ້ງແຕ່ບາດກ້າວທຳອິດທີ່ເລີ່ມຈາກຄວາມໃຝ່ຝັນ… ຈົນກາຍເປັນ “ຕົວແມ່” ທີ່ຄອງວົງການທັງເບື້ອງໜ້າ ແລະ ເບື້ອງຫຼັງ. ບໍ່ວ່າຈະເປັນ ນັກຮ້ອງ, ນັກສະແດງ, ນາງແບບ ຫຼື ພິທີກອນ,...

ຈາກຄຳວ່າບໍ່ກ້າ ສູ່ 1st Runner Up Mister Teen Laos 2025 | ຢູກິ ກິດຕິພູມ ຈັນທະວົງ

“ຕະຫຼອດເວລາ 3 ເດືອນນີ້ ມັນບໍ່ໄດ້ດົນເລີຍ, ແຕ່ຍັງເຮັດໃຫ້ຢູກິໄດ້ຮຽນຮູ້ສິ່ງໃໝ່ໆ ໄດ້ຫຼາຍຂະໜາດນີ້, ຮູ້ສຶກພູມໃຈ ແລະ ຢາກຂອບໃຈໃນຕົວເອງທີ່ຕັດສິນໃຈເອົາຊະນະຄວາມຢ້ານແລ້ວລົງສະໝັກ audition ໃນມື້ນັ້ນ.” ປະໂຫຍກນີ້ຄົງສະຫຼຸບເລື່ອງລາວຂອງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.