Creative marketing and business tips from Laos! Muan Specialty provides expert insights, working tips, and technology trends to help you succeed in the creative industry. ຄຳແນະນຳດ້ານການຕະຫຼາດສ້າງສັນ ແລະ ການເຮັດວຽກຈາກທີມ ມ່ວນ! Muan Specialty ໃຫ້ຄວາມຮູ້ຈາກຜູ້ຊ່ຽວຊານ, ເຄັດລັບການເຮັດວຽກ ແລະ ທ່າອ່ຽງດ້ານເຕັກໂນໂລຢີ ເພື່ອຊ່ວຍໃຫ້ທ່ານປະສົບຜົນສໍາເລັດໃນວົງການຢ່າງສ້າງສັນ.
ໃນ ເທດສະການຄຳລາວ 2025 ທີ່ຈັດຂຶ້ນໃນລະຫວ່າງວັນທີ 5-7 ກັນຍາ 2025 ທີ່ຜ່ານມາ ໄດ້ສ້າງປະຫວັດສາດໃໝ່ໃຫ້ກັບວົງການຄຳຂອງລາວ ດ້ວຍການປະກວດອອກແບບເຄື່ອງປະດັບຄຳຄັ້ງທຳອິດ ເພື່ອຍົກລະດັບອຸດສາຫະກຳຄຳຂອງລາວໃຫ້ທຽບເທົ່າກັບມາດຕະຖານສາກົນ, ພ້ອມທັງອະນຸລັກເອກະລັກວັດທະນະທຳດັ່ງເດີມ. ການປະກວດຄັ້ງນີ້ຖືເປັນເວທີສຳຄັນທີ່ເປີດໂອກາດໃຫ້ນັກອອກແບບ ແລະ ຊ່າງຝີມືຄຳລາວໄດ້ສະແດງຄວາມສາມາດ ແລະ ແນວຄິດສ້າງສັນ. ຈຸດປະສົງຫຼັກແມ່ນການປະຍຸກຄວາມທັນສະໄໝເຂົ້າກັບລວດລາຍວັດທະນະທຳລາວ, ເພື່ອຍົກລະດັບການຜະລິດໃຫ້ແຂ່ງຂັນໄດ້ໃນຕະຫຼາດໂລກ, ສ້າງເຄືອຂ່າຍລະຫວ່າງຜູ້ປະກອບການ ແລະ ປູກຝັງຄວາມພາກພູມໃຈໃນມໍລະດົກຂອງຊາດ. ຜົນງານຜູ້ຊະນະທີ່ເຕັມໄປດ້ວຍເລື່ອງລາວ...
AI Mode ຂອງ Google ເຂົ້າມາປ່ຽນແປງວິທີການຄົ້ນຫາໃນລາວ—ນັກການຕະຫຼາດຄວນຮັບມືແນວໃດເພື່ອໃຫ້ຄອນເທັນຂອງຕົນເປັນທີ່ຮູ້ຈັກໃນຍຸກ AI.
ສະກູ໊ບພິເສດ Muan x the Standard ຖ້າເຈົ້າແມ່ນຜູ້ປະກອບການ ແລະ ນັກທຸລະກິດທີ່ຕ້ອງການເລັ່ງສະປີດການເຕີບໂຕຜູ້ບໍລິຫານທຸກລະດັບທີ່ມີບົດບາດໃນການຂັບເຄື່ອນອົງກອນຄົນເຮັດວຽກຍຸກໃໝ່ ແລະ ນັກສຶກສາທີ່ສົນໃຈທຸລະກິດ ແລະ ຄວາມເປັນຜູ້ນຳ ໄປງານນີ້ The Secret Sauce Summit 2025 ເທດສະການທຸລະກິດສຳລັບຜູ້ປະກອບການທີ່ໃຫຍ່ທີ່ສຸດໃນໄທ ທີ່ມາໃນຕີມ Unleash the Business...
ສະກູ໊ບພິເສດ Muan x the Standard ເມື່ອກ່ອນເວລາຄິດຫາການທ່ອງທ່ຽວ ຄົນບ້ານເຮົາມັກຈະຄິດວ່າ ການທ່ຽວ = ພັກຜ່ອນ ແມ່ນບໍ່? ແຕ່ພາບຈຳເຫຼົ່ານັ້ນກຳລັງປ່ຽນໄປ ນັກທ່ອງທ່ຽວໃນໂລກຍຸກໃໝ່ມີຄວາມຄາດຫວັງໃນການທ່ຽວ ໃນຫຼາກຫຼາຍມິຕິຫຼາຍຂຶ້ນ. ເຖິງວ່າ ການທ່ອງທ່ຽວແບບພັກຜ່ອນໃນສະພາບແວດລ້ອມທີ່ເຕັມໄປດ້ວຍວິວທິວທັດທຳມະຊາດ, ວັດທະນະທຳວິຖີຊີວິດທີ່ລຽບງ່າຍ ຈະເປັນສະເໜ່ຫຼັກຂອງບ້ານເຮົາ, ແຕ່ກໍປະຕິເສດບໍ່ໄດ້ວ່າ ມີປັດໄຈຫຼາກຫຼາຍທີ່ສົ່ງຜົນກະທົບຕໍ່ກັບ ການທ່ອງທ່ຽວຂອງທຸກປະເທດທົ່ວໂລກ, ບໍ່ວ່າຈະເປັນ ຄວາມຜັນຜວນຂອງເສດຖະກິດໂລກ,...
ສະກູ໊ບພິເສດ Muan x the Standard ຫຼາຍຄົນອາດຈະຄຸ້ນເຄີຍກັບຄຳເວົ້າທີ່ວ່າ: “ເຮົານິຢູ່ຍຸກໂລກາພິວັດແລ້ວ ເຮັດຫຍັງກໍງ່າຍ ສະດວກສະບາຍ ໄປມາຫາສູ່ກັນໄດ້ໝົດ ມີອິນເຕີເນັດຕິດຕໍ່ກັນໄດ້ທົ່ວໂລກ…” ແຕ່ເຈົ້າຮູ້ບໍ່ວ່າຕອນນີ້ ໃນມິຕິຂອງທຸລະກິດ ສັງຄົມມະນຸດໂລກພວກເຮົາອາດຈະກຳລັງເຂົ້າສູ່ຍຸກທີ່ເອີ້ນວ່າ “Post-Globalization” ຄຳວ່າ “Post-Globalization” ຫຼື ໂລກຍຸກຫຼັງໂລກາພິວັດ ເອົາແທ້ໆ ແລ້ວ ກໍບໍ່ແມ່ນຄຳສັບໃໝ່ໃນສາກົນ ເພາະຄວາມຈິງທີ່ກຳລັງເກີດຂຶ້ນຢູ່ຕອນນີ້...
ເຈົ້າເຄີຍຮູ້ສຶກແບບນີ້ບໍ່? ຜູ້ຂຽນຍັງຈື່ໄດ້ສະໄໝຮຽນຈົບໃໝ່ໆ ບັນຍາກາດຕອນຍ່າງເຂົ້າໄປໃນຫ້ອງສຳພາດວຽກດ້ວຍຄວາມຕື່ນເຕັ້ນ ແລະ ໝັ້ນໃຈ ແຕ່ພໍເຈິຄຳຖາມທຳອິດທີ່ອາດຈະບໍ່ໄດ້ຄິດມາກ່ອນເທົ່ານັ້ນແຫຼະ, ຄວາມໝັ້ນໃຈທີ່ເຄີຍມີ ກໍກັບໄປບ້ານເກົ່າຈົນໝົດ. ຖ້າເຈົ້າຢາກກຽມພ້ອມໃຫ້ຄົບເຄື່ອງ, ລອງກຽມ 3 ຂັ້ນຕອນສຳຄັນນີ້ ທີ່ຈະປ່ຽນຄວາມຕື່ນເຕັ້ນໃຫ້ເປັນໂອກາດສ້າງຄວາມປະທັບໃຈໃຫ້ກັບທີມ HR ທີ່ສຳພາດ ຫຼື ອາດຈະແມ່ນເຈົ້າຂອງບໍລິສັດທີ່ກຳລັງນັ່ງສຳພາດຢູ່ຕໍ່ໜ້າ. ເຂົ້າໃຈໂຕເອງ: ຈຸດເລີ່ມຕົ້ນຂອງຄວາມສຳເລັດ ໄປສຳພາດວຽກ ກໍບໍ່ຕ່າງຫຍັງກັບການທີ່ເຮົາກຳລັງຂາຍສິນຄ້າ ຫຼືວ່າ ເວົ້າອີກມຸມກໍແມ່ນຂາຍຄວາມສາມາດຂອງເຮົາໃຫ້ກັບຄົນອື່ນໄດ້....
ສາເຫດເລິກໆ ທີ່ຫົວໜ້າມັກສັ່ງມື້ນີ້ ຂໍມື້ແລງ ເຊື່ອວ່າຫຼາຍຄົນທີ່ໄດ້ເຂົ້າສູ່ວົງໂຄຈອນຂອງການເຮັດວຽກ ເຄີຍປະສົບບັນຫານີ້ ທັງໃນມູມຂອງພະນັກງານທີ່ໄດ້ຮັບແຕ່ວຽກດ່ວນທຸກມື້ ຫຼື ຈະເປັນໃນມູມຂອງເຈົ້າຂອງທຸລະກິດທີ່ລູກຄ້າຂໍສັ່ງວຽກແບບຈານດ່ວນປະຈຳ. ບັນຫາເຫຼົ່ານີ້ບາງເທື່ອບໍ່ແມ່ນຍ້ອນວ່າ “ຈັດການບໍລິຫານເວລາບໍ່ດີ”, ແຕ່ມັນອາດມາຈາກ ບັນຫາຂອງລະບົບຄວາມຄິດ ແລະ ວັດທະນະທຳການເຮັດວຽກທີ່ມັກເລີ່ມຈາກ “ມຸມຂອງຜູ້ສັ່ງວຽກ” ຕັ້ງແຕ່ຕົ້ນນ້ຳຈົນປາຍນ້ຳ. “ທຸກວຽກຄືງານດ່ວນ”“ວຽກທີ່ວາງແຜນໄວ້ຢ່າງດີ ຖືກເລື່ອນແບບບໍ່ມີກຳນົດ ເພາະງານດ່ວນຂໍແຊງຄິວ”“ທີມບໍ່ມີເວລາວາງແຜນເລີຍ ໄດ້ແຕ່ລໍຖ້າແກ້ໄຂບັນຫາສະເພາະໜ້າແຕ່ລະມື້” ສຳລັບຜູ້ຂຽນເອງກໍຜ່ານທັງການເປັນພະນັກງານ, ການເປັນຫົວໜ້າ ແລະ...
ເລົ່າເລື່ອງແນວໃດໃຫ້ສຳເລັດໃນໂລກການຕະຫຼາດສະໄໝໃໝ່ ບໍ່ວ່າຈະຜ່ານມາຈັກຍຸກສະໄໝ ໜຶ່ງສິ່ງໃນວົງການການຕະຫຼາດທີ່ຢູ່ເໜືອການເວລາ ແລະ ຖືກພິສູດມາຫຼາຍຕໍ່ຫຼາຍຄັ້ງແລ້ວວ່າ ສາມາດສ້າງຜົນລັບໄດ້ຈິງ ນັ້ນກໍຄື ການເລົ່າເລື່ອງ ຫຼື Storytelling. ດຽວບົດຄວາມ The Marketing Renaissance ນີ້, ມ່ວນ ສະເປຊຽວຕີ້ ຈະພາທຸກຄົນທຳຄວາມຮູ້ຈັກກກັບ ການເລົ່າເລື່ອງແນວໃດໃຫ້ສຳເລັດໃນໂລກຂອງການຕະຫຼາດຍຸກດິຈິຕອລ. ໃນຖານະທີ່ຜູ້ຂຽນເຮັດວຽກໃນສາຍ Digital Marketing ມາສິບກວ່າປີ,...