Muan.la – ສາລະບັນເທີງ

Muan.la – ມ່ວນລະ! The largest Laos Entertainment Pop Culture content platform. ເນື້ອຫາ Pop Culture ສາລະບັນເທີງຂອງຄົນລາວ, ຂ່າວບັນເທີງ, ເພງ, ຮູບເງົາ, ໜັງ, ສິລະປະ, ດົນຕີ, ການສະແດງ, ເຕັ້ນ, ນັກດົນຕີ, ນັກຮ້ອງ, ໄອດໍ, ຄົນດັງ, ດາລາ, ນັກສະແດງ, ແວດວົງບັນເທີງລາວ.

307 ບົດຄວາມ
Muan Listen - ມ່ວນຊວນຟັງ

ຖ້າຄືນນີ້ບໍ່ມີບ່ອນຫຼົບໃຈໃຫ້ From now on ເປັນບ່ອນນັ້ນ ຈາກ Noneh ຜົນງານທຳອິດກັບຄ້າຍ Surftape

ເປີດ single ເດບິ້ວກັບຄ້າຍ Surftape ແບບບໍ່ທຳມະດາເລີຍ ເມື່ອ Noneh ສິລະປິນນ້ອງໃໝ່ໄຟແຮງປ່ອຍຜົນງານທຳອິດ “From now on” ເພງທີ່ປະສົມກິ່ນອາຍ City Pop ຈັງຫວະທີ່ຊ້າໆກັບ  Neo Soul ເບົາໆຟັງແລ້ວຄືກັບລ່ອງລອຍໄປໃນສາຍລົມກາງຄືນໃນຕົວເມືອງໃຫຍ່. ບອກເລີຍວ່າຖ້າເປີດເພງນີ້ລະຫວ່າງຂັບລົດໃນເມືອງ ຫຼື ຍ່າງເຫງົາໆຍາມຄ່ຳມູດໄດ້ສຸດໆ. ງານນີ້ Noneh...

Muan Listen - ມ່ວນຊວນຟັງ

ເມື່ອຄວາມຮັກເດີນທາງມາເຖິງທາງແຍກ ຟັງຜົນງານເພງ”ເລື່ອງງ່າຍໆ”ຈາກ Vegghy

“ເລື່ອງງ່າຍໆ” ຜົນງານຫຼ້າສຸດຈາກ Vegghy (ເວັກກີ້) ສິລະປິນລາວເຈົ້າຂອງເພງ “ດີທີ່ສຸດ” ທີ່ເລົ່າເລື່ອງລາວຂອງເສັ້ນທາງຄູ່ຮັກທີ່ເຖິງແມ່ນຈະເຈັບທັງສອງຝ່າຍແຕ່ກໍຍອມຮັບວ່າຄວາມສຳພັນນີ້ບໍ່ໄດ້ອາດໄປຕໍ່ໄດ້ອີກແລ້ວ ນີ້ບໍ່ແມ່ນເພງຂອງການກ່າວໂທດໃຜແຕ່ຄືບົດເພງຂອງການ “ຍິນດີໃນວັນອຳລາ ” ທີ່ເຕັມໄປດ້ວຍຄວາມເຈັບປວດ,ຄວາມເຂົ້າໃຈ ແລະ ການອວຍພອນໃຫ້ກັນໂຊກດີໃນການເດີນທາງຕໍ່ຈາກນີ້. ດ້ວຍຈັງຫວະເພງສະຕິງລາວທີ່ໃຫ້ມູດຊ້າ ແລະ ດົນຕີໜ້ອຍຊິ້ນທີ່ເປັນໂຕຂັບເຄື່ອນຕົວເພງເຮັດໃຫ້ “ເລື່ອງງ່າຍໆ” ກາຍເປັນເພງເສົ້າສວຍງາມທີ່ເຮັດໃຫ້ເຮົາຍອມຮັບໄດ້ວ່າ ບາງຄວາມຮັກກໍມີໜ້າທີ່ພຽງຜ່ານມາເພື່ອໃຫ້ບົດຮຽນ ແລະ ຄວາມຊົງຈຳດີໆ. ເພງນີ້ຈະເຮັດໃຫ້ຄົນທີ່ເຄີຍພະຍາຍາມຮັກສາຄວາມຮັກສຸດຫົວໃຈແຕ່ສຸດທ້າຍກຊຕ້ອງປ່ອຍມື ເຂົ້າໃຈວ່າຄວາມຈິງບາງຢ່າງມັນງ່າຍພຽງນັ້ນເອງ.ໂດຍ:...

Muan RelationTips

ເພາະຮັກຈຶ່ງເຈັບປວດ? ເບິ່ງຄືດີແຕ່ເຈົ້າຮູ້ສຶກອຶດອັດ ເພາະຄວາມສຳພັນກຳລັງຖືກຄວບຄຸມ

ເພາະຮັກຈຶ່ງເຈັບປວດ? ເບິ່ງຄືດີແຕ່ເຈົ້າຮູ້ສຶກອຶດອັດ ເພາະຄວາມສຳພັນກຳລັງຖືກຄວບຄຸມ

Muan Scoop

ເປີດຕົວ “VOC” Sub-Unit ຫຼ້າສຸດຈາກ PROXIE ພ້ອມສັ່ນສະເທືອນວົງການ T-POP ກຽມລຸຍເສັ້ນທາງອິນເຕີ

Victor, Onglee ແລະ Chokun ຈາກ PROXIE ເປີດຕົວ Sub-Unit ໃໝ່ “VOC” ໄດ້ຮ່ວມງານກັບ THEBLACKLABEL ຄ້າຍເພງ ແລະ ເປັນ Creative agency ລະດັບໂລກຈາກເກົາຫຼີໃຕ້ໃນການຮ່ວມປັ້ນ VOC Sub-Unit ຫຼ້າສຸດຈາກ PROXIE.

Muan RelationTips

ຕິດຢູ່ໃນໂລກໄວເດັກ ເຂົ້າໃຈ ແລະ ຮຽນຮູ້ເພື່ອຮັບມືກັບ Peter Pan Syndrome

ເຖິງຈະເປັນຜູ້ໃຫຍ່ແລ້ວ ແຕ່ບາງເທື່ອກໍຍັງຮູ້ສຶກວ່າໃຈເຮົາຍັງຄົງເປັນເດັກນ້ອຍຢູ່ເລີຍ Peter Pan Syndrome ການທີ່ບໍ່ຢາກເປັນຜູ້ໃຫຍ່ທີ່ບາງຄົນຢ້ານການປ່ຽນແປງ, ບາງຄົນຢ້ານລືມໂລກໃນຈິນຕະນາການໃນໄວເດັກສູນຫາຍໄປ Peter Pan Syndrome ແມ່ນຄຳທີ່ໃຊ້ເອີ້ນອາການສະພາວະທາງຈິດທີ່ບາງຄົນປະຕິເສດທີ່ຈະເຕີບໂຕເປັນຜູ້ໃຫຍ່ ຫຼື ຫຼີກລ້ຽງຄວາມຮັບຜິດຊອບໃນບົດບາດໜ້າທີ່ຂອງຜູ້ໃຫຍ່. ເຖິງວ່າຄຳນີ້ຈະບໍ່ໄດ້ຮັບການຍອມຮັບຢ່າງເປັນທາງການໃນວົງການຈິດວິທະຍາແຕ່ກໍຖືກນຳໃຊ້ໃນສັງຄົມ ເພື່ອອະທິບາຍພຶດຕິກຳບາງຢ່າງທີ່ຜູ້ໃຫຍ່ບາງຄົນບໍ່ສາມາດ ຫຼື ບໍ່ຍອມເຕີບໃຫຍ່ໃນດ້ານອາລົມ ແລະ ຄວາມຮັບຜິດຊອບ. Peter Pan ຄຳນີ້ແມ່ນຖືກຢືມມາໃຊ້ ຫຼື...

Muan Listen - ມ່ວນຊວນຟັງ

Serious ເພງຂອງຄົນທີ່ທຸ້ມເທສູ້ເພື່ອຄວາມຝັນຈາກ Zamio P FT. PEKY DUANGCHAMPA

Serious ເພງໄຟແຮງຈາກ Zamio P และ PEKY DUANGCHAMPA ສິລະປິນເລືອດລາວທີ່ປຸກພະລັງຄົນມີຝັນໃຫ້ລຸກຂື້ນມາສູ້ອີກຄັ້ງ. ບອກເລົ່າເລື່ອງລາວຂອງການເຮັດວຽກໜັກສູ້ເພື່ອສິ່ງທີ່ຢາກໄດ້ ແລະ ບໍ່ຢຸດຈົນກວ່າຈະຄວ້າຄວາມສຳເລັດມາຄອງ. ເພງນີ້ຄືສຽງຂອງຄົນທີ່ກຳລັງໄລ່ຕາມເປົ້າໝາຍຂອງຕົວເອງກາງດົງອຸປະສັກ, ຄວາມອິດເມື່ອຍ ແລະ ບາງຄັ້ງກໍຕ້ອງເສຍສະລະຫຼາຍໆຢ່າງໃນຊີວິດເພື່ອໃຫ້ໄປເຖິງຈຸດທີ່ໂຕເອງຫວັງໄວ້. Serious ຖ່າຍທອດອາລົມຈິງຈັງ ແລະ ຈິງໃຈຜ່ານດົນຕີຈັງຫວະໜັກແໜ່ນປະສົມກັບເນື້ອຮ້ອງທີ່ຕົງໄປຕົງມາ ຈຸດໄຟໃຫ້ຄົນທີ່ກຳລັງທໍ້ໄດ້ຮູ້ວ່າຖ້າຍັງບໍ່ຢຸດຝັນທຸກຢ່າງຍັງບໍ່ຈົບ. ໂດຍ:​ ທີມບັນນາທິການ Muan

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.