ໜ້າຫຼັກ Chanthasone Insixiangmai
ຂຽນໂດຍ

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

112 ບົດຄວາມ
Gadzila

ລັດຖະທຳມະນູນລາວອັບເກຣດ ເພີ່ມຄຳວ່າ ປັນຍາປະດິດ (AI) ເຂົ້າໃນສະບັບປັບປຸງ 2025

ໃນຍຸກທີ່ເຕັກໂນໂລຊີປັນຍາປະດິດ (Artificial Intelligence ຫຼື AI) ກຳລັງກາຍເປັນໃຈກາງຂອງການພັດທະນາໃນລະດັບໂລກ, ລາວໄດ້ປັບປຸງລັດຖະທຳມະນູນສະບັບໃໝ່ ເຊິ່ງໃນນັ້ນ ມີການເພີ່ມຄຳວ່າ “ປັນຍາປະດິດ” ເຂົ້າໄປ. ການປ່ຽນແປງນີ້ສະແດງໃຫ້ເຫັນເຖິງຄວາມສົນໃຈໃນການສົ່ງເສີມວິທະຍາສາດ, ເຕັກໂນໂລຊີ, ແລະນະວັດຕະກຳ ທີ່ເປັນເລື່ອງທີ່ຫຼາຍປະເທດໃນໂລກໃຫ້ຄວາມສຳຄັນໃນປັດຈຸບັນ. ຕາມ ລັດຖະທຳມະນູນ ສະບັບປັບປຸງໃໝ່ 2025 ເຊິ່ງຫາກໍຖືກຮັບຮອງເອົາໂດຍກອງປະຊຸມສະພາແຫ່ງຊາດ ເມື່ອວັນທີ 20 ມີນາ...

The Interview

ບໍ່ຕ້ອງລໍຖ້າມື້ອື່ນ: ເປີ້ – ໄຊຊະນະ ລາຊາພູມີ ໜຸ່ມລາວໄວ 18 ຜູ້ຄວ້າທຶນຮຽນຟຣີ 100% ສາຂານິເທດສາດ ມ. ກຸງເທບ

*ໝາຍເຫດ: ບົດຄວາມສຳພາດນີ້ Muan ໄດ້ທຳການເຜີຍແຜ່ຜ່ານທາງ Facebook ເມື່ອວັນທີ 1 ສິງຫາ 2024 ແລະ ນຳມາເຜີຍແຜ່ໃໝ່ຜ່ານເວັບໄຊ ເຊິ່ງຕອນນີ້ຜູ້ໃຫ້ສຳພາດໄດ້ເຂົ້າສຶກສາຢູ່ ມ. ກຸງເທບແລ້ວ. ທຶນຂອງມະຫາວິທະຍາໄລກຸງເທບ ຫຼື ວ່າ ມ. ກຸງເທບ ເປັນທຶນໃນຝັນຂອງໃຜຫຼາຍໆຄົນໂດຍສະເພາະຜູ້ທີ່ຢາກຮຽນສາຍນິເທດສາດ! ມີບຸກຄົນໜຶ່ງທີ່ສາມາດຄວ້າທຶນ 100% ໄດ້...

The Marketing Renaissance

ເກາະກະແສແບບບໍ່ຄິດ: ຈາກປັງປຸລິເຢ ກາຍເປັນພັງພິນາດ

ໃນແຕ່ລະມື້ແຕ່ລະ day ໃນໂຊຊຽວມີເດຍ, ເຮົາເຫັນດຣາມ່າໃໝ່ໆຜຸດຂຶ້ນມາບໍ່ຢຸດ. ສິ່ງທີ່ຕາມມາແມ່ນ ແບຣນ ແລະ ທຸລະກິດຕ່າງໆກໍພະຍາຍາມໂດດລົງໄປ “ເກາະກະແສ” ເພື່ອສ້າງການມີສ່ວນຮ່ວມ (engagement) ກັບຜູ້ຕິດຕາມຂອງໂຕເອງ. ແຕ່ຖ້າບໍ່ລະວັງ ຫຼື ຄິດບໍ່ຖີ່ຖ້ວນ, ສິ່ງທີ່ຫວັງວ່າຈະເປັນຄວາມປະສົບຜົນສຳເລັດ (ປັງປຸລິເຢ) ກໍອາດກາຍເປັນຄວາມລົ້ມເຫຼວທີ່ທຳຮ້າຍພາບລັກຂອງແບຣນໄປເລີຍ (ພັງພິນາດ). ເປັນຫຍັງແບຣນຕ້ອງລະວັງການເກາະກະແສ? ໃນບໍ່ເທົ່າໃດປີມານີ້, ແບຣນຕ່າງໆຫັນມາສ້າງຄອນເທັນໃນໂຊຊຽວມີເດຍເພື່ອດຶງດູດຄວາມສົນໃຈຈາກຜູ້ຕິດຕາມຫຼາຍຂຶ້ນ. ບາງແບຣນກໍນຳສະເໜີສິນຄ້າ...

Gadzila

FACEBOOK ມີອາຍຸຄົບຮອບ 21 ປີແລ້ວ ຈາກໂປຣເຈັກໃນຫໍພັກຮາວາດ ສູ່ຍັກໃຫຍ່ລະດັບໂລກ

21 ປີແລ້ວຜ່ານມາໄວແຮງ ຈາກໂປຣເຈັກໃນຫໍພັກຮາວາດ ຕອນນີ້ Facebook ກາຍມາເປັນຍັກໃຫຍ່ດ້ານເທັກໂນໂລຢີລະດັບໂລກ ເປີດໂຕໃນປີ 2004 ໂດຍ ມາກ ຊັກເຄີເບີກ ໃນຖານະໂປຣເຈັກໜຶ່ງຂອງມະຫາວິທະຍາໄລຮາວາດ, Facebook ໃນຕອນຕົ້ນສາມາດໃຊ້ໄດ້ສະເພາະກຸ່ມນັກສຶກສາຂອງມະຫາວິທະຍາໄລນິ້ເທົ່ານັ້ນ ແຕ່ກໍໄດ້ມີການຂະຫຍາຍຕົວຢ່າງວ່ອງໄວສູ່ຜູ້ໃຊ້ອິນເຕີເນັດທົ່ວໄປທີ່ອາຍຸຫຼາຍກວ່າ 13 ປີ ໃນປີ 2006 ເຮັດໃຫ້ເກີດການເຕີບໃຫຍ່ແບບກ້າວກະໂດດ. ການຂະຫຍາຍໂຕນີ້ເປັນຜົນມາຈາກການເຂົ້າຊື້ Instagram ໃນປີ...

Muan RelationTips

ເປັນຫຍັງເຫຍື່ອຈາກການລ່ວງລະເມີດຈຶ່ງກາຍເປັນຜູ້ທີ່ຖືກຕຳໜິ? ເຮັດແນວໃດຈຶ່ງຈະຢຸດ Victim Blaming ໄດ້

“ກະຍ້ອນເຈົ້ານຸ່ງເຄື່ອງແບບນັ້ນລະ ເຂົາຈຶ່ງມາລວນລາມເຈົ້າ” “ເທື່ອໜ້າບໍ່ຕ້ອງນຸ່ງຫຍັງເດີສາວ” “ຄິດຫຍັງຫຼາຍ ກະເຈົ້າຄົນຜູ້ງາມເນາະ ເຂົາກະຢາກຢອກແດ່ຫັ້ນລະ” ຫຼາຍຄັ້ງທີ່ເຮົາເຫັນຂ່າວທີ່ມີຜູ້ຖືກລ່ວງລະເມີດທາງຮ່າງກາຍ-ຈິດໃຈ ຖືກສັງຄົມໂຈມຕີແບບນັ້ນ ເຊິ່ງຄວາມຈິງແລ້ວມັນບໍ່ຄວນຈະເປັນແບບນັ້ນ. ການທີ່ສັງຄົມຕຳໜິເຫຍື່ອ ຫຼື ຜູ້ຖືກກະທຳຈາກເຫດການໃດໜຶ່ງ ບໍ່ວ່າຈະເປັນຄວາມຮຸນແຮງ ຫຼື ການລ່ວງລະເມີດທາງເພດ ມີຊື່ເອີ້ນວ່າ Victim Blaming. ສິ່ງນີ້ເກີດຂຶ້ນໄດ້ແນວໃດ? ນັກວິໄຈບອກວ່າ ການໂທດເຫຍື່ອ ເກີດຈາກກົນໄກການປ້ອງກັນຕົນເອງ ທີ່ບາງຄັ້ງເຮົາກໍບໍ່ທັນຮູ້ຕົວ....

The Interview

ຕ້າ ກິນດາວອນ: 22 ປີທີ່ແສນບໍ່ທຳມະດາ ຜູ້ທີ່ຂັບເຄື່ອນຊີວິດດ້ວຍການສະແດງ ການຂຽນເພງ ແລະ ສິລະປະ

ເຈົ້າເຄີຍຄິດບໍ່ວ່າອາຍຸ 22 ປີ ຈະສາມາດເຮັດຫຍັງໄດ້ຫຼາຍປານໃດ? ມາຮູ້ຈັກກັບ ຕ້າ – ກິນດາວອນ ຂັນຕີ ໄວໜຸ່ມທີ່ເຮັດສິ່ງທີ່ໂຕເອງມັກ ແລະ ຫຼົງໃຫຼ ຜ່ານການສະແດງ, ການຂຽນເພງ ແລະ ສິລະປະ! ບໍ່ພຽງແຕ່ເທົ່ານັ້ນ, ລາວຍັງເປັນໄວໜຸ່ມທີ່ກ້າທີ່ຈະທ້າທາຍຕົນເອງໃນທຸກບົດບາດ ແລະ ສ້າງແຮງບັນດານໃຈໃຫ້ເຮົາຮູ້ສຶກຕາມວ່າ: ຖ້າລາວເຮັດໄດ້, ເຮົາກໍເຮັດໄດ້ຄືກັນ! ຕ້າ...

Muan Specialty

ຍ້ອນຫຍັງ ຮໍລິເດ ອິນ ແອນ ສະຫວີທສ໌ ວຽງຈັນ ຈຶ່ງໄດ້ຮັບເຄື່ອງໝາຍໂຮງແຮມລະດັບ 5 ດາວ?

ຖ້າເວົ້າເຖິງບ່ອນພັກທີ່ມີທັງຄວາມສະດວກສະບາຍ, ທັນສະໄໝ ແລະ ການບໍລິການລະດັບໂລກຢູ່ໃຈກາງນະຄອນຫຼວງວຽງຈັນ, ເຮົາຄິດວ່າ ຮໍລິເດ ອິນ ແອນ ສະຫວີທສ໌ ວຽງຈັນ ເປັນທາງເລືອກອັນດັບຕົ້ນໆ. ໂຮງແຮມນີ້ໄດ້ຮັບເຄື່ອງໝາຍ 5 ດາວ ເມື່ອບໍ່ດົນມານີ້, ຍ້ອນຄວາມດີເລີດດ້ານການບໍລິການ ແລະ ຄຸນນະພາບມາດຕະຖານສາກົນ. ແລ້ວຍ້ອນຫຍັງພວກເຂົາຈຶ່ງໄດ້ຮັບເຄື່ອງໝາຍໂຮງແຮມລະດັບ 5 ດາວ? ເຮົາຈະພາໄປຮູ້ພ້ອມກັນ ການເລີ່ມຕົ້ນທີ່ແຂງແຮງ...

Muan Watch - ມ່ວນຊວນເບິ່ງ

Flow: ແມວດຳຈາກລັດເວຍສູ່ລາງວັນ Oscars – ແອນິເມຊັນອິນດີ້ທີ່ທຳລາຍອຳນາດຂອງຄ້າຍໃຫຍ່ດ້ວຍທຶນທີ່ຈຳກັດ

ບໍ່ຈຳເປັນຕ້ອງເປັນຜົນງານຈາກຄ້າຍໃຫຍ່ກໍຊະນະ Oscars ໄດ້ ບົດຮຽນຈາກ Flow ຮູບເງົາແອນິເມຊັນຈາກລັດເວຍ ດ້ວຍການສ້າງສັນດ້ວຍຊັບພະຍາກອນທີ່ຈຳກັດ ແລະ ບອກເຮົາວ່າທີມນ້ອຍໆກໍມີຄວາມເປັນໄປໄດ້ຖ້າເຮົາລົງມືເຮັດ. ຜົນການປະກາດລາງວັນ Oscars ຫຼື Academy Awards ຄັ້ງທີ 97 ຈົບລົງໄປແລ້ວ ແລະ ຮູບເງົາຫຼາຍເລື່ອງ ລວມທັງຜູ້ທີ່ສ້າງສັນຜົນງານທັງເບື້ອງໜ້າ ແລະ ເບື້ອງຫຼັງຕ່າງກໍປະຈັກຕາວ່າເໝາະສົມກັບລາງວັນແລ້ວ, ໜຶ່ງໃນຊື່ທີ່ຖືກກ່າວເຖິງຫຼາຍແຮງຄົງຈະໜີບໍ່ພົ້ນ...

Muan RelationTips

ຄົບກັນແບບ “ກັກໆ” ໃສ່ໃຈແຕ່ບໍ່ມີສະຖານະ ຄວນພັກ ຫຼື ໄປຕໍ່?

“ເຮົາເຮັດໂຕຄືກັບເປັນແຟນກັນເລີຍ ໄປກິນເຂົ້າ ໄປທ່ຽວ ແຕ່ເຮົາບໍ່ໄດ້ເປັນຫຍັງກັນ” ນີ້ຄືສິ່ງທີ່ເກີດຂຶ້ນ ເມື່ອສອງຄົນຕົກຢູ່ໃນຄວາມສຳພັນທີ່ບໍ່ມີສະຖານະທີ່ຊັດເຈນ. ຖ້າໃຜໄດ້ເບິ່ງຊີຣີໄວລຸ້ນທີ່ກຳລັງມາແຮງຂອງໄທ “Gelboys” ຄົງຈະໄດ້ເຫັນແລ້ວວ່າ ຄວາມສຳພັນແບບນີ້ມັນ Toxic ແລະ ພານແຕ່ຈະສ້າງຄວາມຮູ້ສຶກທີ່ບໍ່ດີໃຫ້ກັບທັງສອງຄົນ. ອີກດ້ານໜຶ່ງຄວາມສຳພັນນີ້ເອີ້ນວ່າ Situationship ຫຼື ຄວາມສຳພັນທີ່ຄົນສອງຄົນເຊື່ອມຕໍ່ກັນທາງອາລົມ, ທາງກາຍະພາບ ແຕ່ບໍ່ມຸ່ງຫວັງ ຫຼື ພັດທະນາສູ່ຄວາມສຳພັນທີ່ມີການຜູກມັດ. ຄວາມສຳພັນແບບນີ້ ມັນເປັນຄວາມສຳພັນທີ່ເຮັດໃຫ້ເຮົາເປັນອິດສະລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.