Month: December 2024

163 ບົດຄວາມ
Muan RelationTips

ເຈົ້າຕ້ອງຢຸດຕາມໃຈຄົນອື່ນ ເພາະພຶດຕິກຳ PEOPLE PLEASER ຈະເຮັດໃຫ້ເຈົ້າລຳບາກ

ການທີ່ເຈົ້າເປັນຄົນໃຈດີ ແລະ ມັກຊ່ວຍເຫຼືອຄົນອື່ນນັ້ນຖືວ່າເປັນສິ່ງທີ່ດີ, ແຕ່ຖ້າມັນຫຼາຍເກີນໄປຈົນບໍ່ມີໃຜເກງໃຈເດເພາະມັນໄດ້ເລີ່ມສ້າງຄວາມລຳບາກເພີ່ມຕື່ມໃຫ້ເຈົ້າຈົນທົນບໍ່ໄຫວແລ້ວ. ແຕ່ສຸດທ້າຍກໍປະຕິເສດບໍ່ໄດ້ເພາະຮູ້ສຶກຜິດເຮັດໃຫ້ຕັດສິນໃຈຊ່ວຍທຸກຄັ້ງ. ໃຜທີ່ເປັນຄົນປະເພດ “People Pleaser ຫຼື ໂດຍ ເຮັດໄດ້ໝົດ, ໂອເຄ ດຽວເຮັດໃຫ້” ເຈົ້າຕ້ອງຢຸດອ່ານກ່ອນເລີຍເດີ. ເພາະການເປັນຄົນທີ່ອີ່ຫຍັງກະໄດ້, ຂີ້ເກງໃຈໃຜຂໍຫຍັງມາກໍເຮັດໃຫ້ໝົດ, ເພາະເປັນຄົນມັກຊ່ວຍເຫຼືອຄົນອື່ນບາງຄັ້ງມັນກໍເກີນໂຕຫຼາຍເກີນໄປ ແລະ ອາດຈະຝືນຕົວເອງໄປຫຼາຍກໍຍອມໄປກ່ອການນຈົນເຮັດໃຫ້ຕົວເອງລຳບາກເອງ. ການຢຸດເປັນຄົນແບບ People Pleaser ຫຼຶ...

Update

Muan (ມ່ວນ) ເປີດໂຕໂລໂກ້ໃໝ່ ກ້າວສູ່ປີ 2025 ດ້ວຍແນວທາງທີ່ຍົກລະດັບຄວາມຄິດສ້າງສັນຂອງຄົນລາວ

ໃນງານ Muan Awards 2024 ເຊິ່ງເປັນໜຶ່ງກິດຈະກຳສຳຄັນປະຈຳປີຂອງ Muan ໄດ້ມີການເປີດຕົວໂລໂກ້ໃໝ່ ທີ່ສະທ້ອນເຖິງພະລັງບວກ, ຄວາມທັນສະໄໝ ແລະ ຄວາມເປັນເອກະລັກຂອງຄົນລາວ ໂດຍໄດ້ຮັບແຮງບັນດານໃຈຈາກຄຳວ່າ “ມ່ວນ” ເຊິ່ງໃນພາສາລາວ ສື່ເຖິງຄວາມມ່ວນຊື່ນ, ຄວາມເປັນມິດ ແລະ ຮອຍຍິ້ມຂອງຄົນລາວ ອອກແບບດ້ວຍສະໄຕລ໌ເລຂາຄະນິດທີ່ເຊື່ອມໂຍງເອກະລັກທ້ອງຖິ່ນ ເຂົ້າກັບເຕັກໂນໂລຊີດິຈິຕອລ ເພື່ອໃຫ້ໂລໂກ້ໃໝ່ນີ້ ສື່ເຖິງຄວາມກ້າວໜ້າ ແລະ...

Muan.la - ສາລະບັນເທີງUpdate

Muan Awards 2024 ສະຫຼອງຜົນງານຄຣີເອເຕີລາວ 15 ລາງວັນ

The Muan Awards 2024 by Muan was a groundbreaking celebration of Laos' vibrant creative industry, recognizing exceptional content creators and digital artists. With...

Muan Listen - ມ່ວນຊວນຟັງ

ໃນຄວາມໂດດດ່ຽວ ແລະ ເຈັບປວດ ຍັງມີຄວາມຫວັງ ພາສຳຫຼວດ SOLE ແລະ LSD ສອງເພງທຳອິດຈາກ ALCHEMIST LOVE STORY

Alchemist Love Story ກຸ່ມສິລະປິນອັລເທີເນທີຟຣັອກ (Alternative Rock) ສັນຊາດລາວ ໄດ້ປ່ອຍຜົນງານຊຸດທຳອິດຂອງພວກເຂົາອອກມາແລ້ວ ໃນ chapter ເປີດໂຕ Behind the Brightest Light ປະກອບດ້ວຍ 2 ເພງທີ່ເຕັມໄປດ້ວຍຫຼາກຫຼາຍອາລົມ ກໍຄື “SOLE” ແລະ “LSD”. ທັງສອງເພງນີ້ພາຜູ້ຟັງເດີນທາງຜ່ານອາລົມແບບດິບໆໃນຊີວິດທີ່ເຕັມໄປດ້ວຍການຕໍ່ສູ້ດິ້ນລົນ...

The Interview

ສ້າງສັນຜົນງານອອກແບບຈາກເລື່ອງລາວປະຫວັດສາດ ຮູ້ຈັກ ວິລະ ພູ່ນວົງສາ ຈາກ SNAE DESIGN ແລະ SNAE HISTORY

ມື້ນີ້ມ່ວນຈະພາມາຮູ້ຈັກກັບເຈົ້າຂອງເຟສບຸກເພຈ SNAE DESIGN ແລະ SNAE HISTORY ໃຫ້ຫຼາຍຂຶ້ນ, ເພາະລາວຜູ້ນີ້ເປັນຜູ້ສ້າງສັນຜົນງານຈາກເລື່ອງລາວປະຫວັດສາດໃນອະດີດ, ການຄົ້ນຫາຄວາມໝາຍໃນການອອກແບບ. ຖືວ່າເປັນບຸກຄົນທີ່ໜ້າສົນໃຈ ແລະ ໜ້າຕິດຕາມກ່ຽວກັບແຮງບັນດານໃຈຜູ້ທີ່ມີຄວາມຮັກໃນການຄົ້ນຄວ້າປະຫວັດສາດລາວ. ສະບາຍດີ, ກ່ອນອຶ່ນຂໍຂອບໃຈທາງທີມງານມ່ວນທີ່ສົນໃຈຜົນງານ ແລະ ໃຫ້ກຽດສຳພາດຂ້ອຍ. ຂ້ອຍເອງຊື່ ທ້າວ ວິລະ ພູ່ນວົງສາ ອາຍຸ 27 ຍ່າງເຂົ້າ...

Muan Listen - ມ່ວນຊວນຟັງ

Jazz & Hip Hop ການປະສົມປະສານເພງສະໄຕລ໌ໃໝ່ຈາກ UKNOWHATIMEAN ໃນເພງ “ສະອາດ”

ມ່ວນມາຊວນທຸກຄົນມາລອງຟັງເພງຂອງສິລະປິນຈາກບ້ານ huencrew ກັບເພງທີ່ມີຊື່ວ່າ “ສະອາດ” ເພງໃໝ່ຫຼ້າສຸດຈາກ UKNOWHATIMEAN ຫຼື ບິກ (Padasack Atvaly). ການກັບມາເທື່ອນີ້ເພງຂອງລາວນັ້ນໄດ້ປະສົມປະສານແນວບີສ jazz ແລະ hiphop ເຂົ້າດ້ວຍກັນເຮັດໃຫ້ພວກເຮົາໄດ້ເຫັນເຖິງຄວາມແຕກຕ່າງອອກໄປຈາກເພງລາວສ່ວນໃຫຍ່. ຈຸດປະສົງຂອງການເຮັດເພງນີ້ຍ້ອນຢາກໃຫ້ຄົນລາວໄດ້ຟັງອີ່ຫຍັງທີ່ໃໝ່ ແລະ ບໍ່ຄືໃຜ, ເພາະໃນທຸກບາຣ໌ທຸກເນື້ອຮ້ອງແມ່ນມີຄວາມໝາຍ. ເພງນີ້ໄດ້ໃຊ້ເວລາໃນຫຼາຍເດືອນໃນການແກ້ຄຳຕ່າງໆເພື່ອໃຫ້ເຂົ້າເຖິງຜູ້ຟັງໄດ້ງ່າຍຂຶ້ນ, ເປັນເພງທີ່ມີຈັງຫວະດົນຕີສຽງແຣັບທີ່ຟັງແລ້ວຮູ້ສຶກວ່າໜັກ ແລະ ດິບ,...

The Interview

ຮູ້ຈັກກັນໃຫ້ຫຼາຍຂຶ້ນ “ຈອນນີ້ ພວງສຸວັນ” ກັບບົດ ໂນ້ ບ່າວບາຣິສຕ້າຫຼວງພະບາງໃນ ສຸກໃຈ ຊີຣີສ໌

ຫຼັງຈາກຕິດຕາມ ສຸກໃຈ It’s Okay the series ແລະ ໄດ້ພົບຕົວລະຄອນໜຶ່ງທີ່ມັກຈະຢູ່ໃນທຸກຊ່ວງເວລາກັບຕົວລະຄອນຫຼັກຄົນອື່ນໆໃນເລື່ອງ, ຖືວ່າເປັນຕົວລະຄອນທີ່ມີບົດບາດທີ່ສຳຄັນ ແລະ ບໍ່ເວົ້າເຖິງແມ່ນບໍໄດ້ເລີຍກັບ “ໂນ້ ບາຣິສຕ້າໜຸ່ມຈາກເມືອງຫຼວງພະບາງ”. ທີ່ຈະມີອາຫານທີ່ມັກກິນທີ່ສຸດຄືເຂົ້າປຽກເສັ້ນ. ໂນ້ ຜູ້ບ່າວໃຈດີມັກຊ່ວຍເຫຼືອຄົນອື່ນ, ດ້ວຍຄວາມຈິດໃຈດີເປັນຫ່ວງເປັນໄຍທຸກຄົນ, ຈຶ່ງເຮັດໃຫ້ ໂນ້ ເປັນທີ່ຮັກແພງຫຼາຍໃນເລື່ອງ ສຸກໃຈ It’s Okay...

The Interview

ມຸ່ງໝັ້ນ ແລະ ຕັ້ງໃຈ ເພື່ອຄວ້າ TOP5 ໃນ Mister Supranational 2024

{English & Burmese below} ຊານົນ ບອກວ່າ ລາວກັງວົນຫຼາຍໃນລະຫວ່າງການປະກວດ Mister Supranational 2024 ແຕ່ກໍບອກກັບຕົວເອງຕະຫຼອດວ່າ ໃຫ້ມີສະມາທິ ແລະ ຈັດການມັນໃຫ້ໄດ້. ນີ້ຄືເລື່ອງລາວໃນ #TheInterview ມາລົມກັບຊານົນ ພາຍ້ອນກັບໄປຍັງຈຸດເລີ່ມຕົ້ນຂອງລາວ ຕັ້ງແຕ່ເດີນທາງຈາກຫຼວງພະບາງມາເຮັດຕາມຄວາມຝັນຂອງຕົວເອງທີ່ຢາກເປັນນັກຮ້ອງ ແລະ ເຂົ້າສູ່ວົງການບັນເທີງ ຈົນສາມາດເຮັດໄດ້ຕາມທີ່ຕັ້ງໄວ້. ລວມທັງຊີວິດໃນຖານະນັກສະແດງ...

The Interview

Tanu Vannasin ບໍ່ເຄີຍຄິດວ່າຕົນເອງເປັນສິລະປິນ ແຕ່ເປັນນັກຮ້ອງ-ນັກດົນຕີ

ຕານຸ ບອກວ່າຕົນເອງຄືນັກຮ້ອງ-ນັກດົນຕີ ບໍ່ເຄີຍມີຄວາມຄິດວ່າຕົນເອງເປັນສິລະປິນ ເພາະຍັງບໍ່ທັນຈັບຕ້ອງໄດ້ວ່າຄຳນັ້ນມີຄວາມໝາຍວ່າແນວໃດ. ນີ້ຄືເລື່ອງລາວໃນ #MuanTheInterview! ມາລົມຍ້ອນກັບໄປຍັງຈຸດເລີ່ມຕົ້ນຂອງ ຕານຸ ວັນນະສິນ ຕັ້ງແຕ່ທີ່ເລີ່ມເຂົ້າສູ່ເສັ້ນທາງຂອງການຮ້ອງເພງ, ການປ່ອຍຊິງເກິນທຳອິດ “ເຫຼືອໄວ້ແຕ່ນໍ້າຕາ” ແລະ ຊິງເກິນອື່ນໆອອກມາ ໄປຈົນອາລະບຳຫຼ້າສຸດ “Aftergrow” ກ່ອນທີ່ຈະກ້າວສູ່ການຈັດຄອນເສີດໃຫຍ່ທຳອິດໃນຊີວິດຂອງລາວ “Let There Be Light Concert”. ....

The Office Bizບຣີຟຫຼອນ ຂໍນອນອອຟຟິສ

The Office Biz ບຣີຟຫຼອນ ຂໍນອນອອຟຟິສ – ຕ່າງຖິ່ນ

ເລື່ອງລາວລີ້ລັບ ທີ່ຟັງແລ້ວຫຼອນຫູ ເພື່ອໝູ່ເພື່ອນຊາວອອຟຟິສ . ກັບຕອນທຳອິດຂອງ #ບຣີຟຫລອນຂໍນອນອອຟຟິສ ຈາກທີມງານ #theofficebiz ກັບຫົວຂໍ້ “ຕ່າງຖິ່ນ” ກ່ຽວກັບປະສົບການໂດນກົງຈາກທີມງານ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.