ເຖິງຈະເປັນຜູ້ໃຫຍ່ແລ້ວ ແຕ່ບາງເທື່ອກໍຍັງຮູ້ສຶກວ່າໃຈເຮົາຍັງຄົງເປັນເດັກນ້ອຍຢູ່ເລີຍ Peter Pan Syndrome ການທີ່ບໍ່ຢາກເປັນຜູ້ໃຫຍ່ທີ່ບາງຄົນຢ້ານການປ່ຽນແປງ, ບາງຄົນຢ້ານລືມໂລກໃນຈິນຕະນາການໃນໄວເດັກສູນຫາຍໄປ Peter Pan Syndrome ແມ່ນຄຳທີ່ໃຊ້ເອີ້ນອາການສະພາວະທາງຈິດທີ່ບາງຄົນປະຕິເສດທີ່ຈະເຕີບໂຕເປັນຜູ້ໃຫຍ່ ຫຼື ຫຼີກລ້ຽງຄວາມຮັບຜິດຊອບໃນບົດບາດໜ້າທີ່ຂອງຜູ້ໃຫຍ່. ເຖິງວ່າຄຳນີ້ຈະບໍ່ໄດ້ຮັບການຍອມຮັບຢ່າງເປັນທາງການໃນວົງການຈິດວິທະຍາແຕ່ກໍຖືກນຳໃຊ້ໃນສັງຄົມ ເພື່ອອະທິບາຍພຶດຕິກຳບາງຢ່າງທີ່ຜູ້ໃຫຍ່ບາງຄົນບໍ່ສາມາດ ຫຼື ບໍ່ຍອມເຕີບໃຫຍ່ໃນດ້ານອາລົມ ແລະ ຄວາມຮັບຜິດຊອບ. Peter Pan ຄຳນີ້ແມ່ນຖືກຢືມມາໃຊ້ ຫຼື...