ນ້ອຍເຜັດຂີ້ໜູ່ອີຫຼີສຳລັບແຣັປເປີໄວເຍົາ AKA ALPHA ທີ່ໄດ້ປ່ອຍເພງໃໝ່ “ເດັກຫຼຽວໂຕ (DEX LIEWTO)” ບອກເລີຍວ່າຟັງຮອບດຽວຮ້ອງໄດ້ເລີຍ. ເນື້ອຫາໃນເພງມີສ່ວນທີ່ບໍ່ສຸພາບແຕ່ດ້ວຍບີດແນວເດັກແທຣັບທີ່ມາພ້ອມສະກິວການແຣັປທີ່ລຽນໄຫຼ ບໍ່ທຳມະດາສຳລັບນ້ອງອາຍຸຍັງນ້ອຍຖືວ່າມີພອນສະຫວັນ ບອກໄດ້ເລີຍວ່າອານາຄົດຂອງນ້ອງສົດໃສ່ແນ່ນອນໃນເສັ້ນທາງວົງການຮິບຮັອບລາວ. ບໍ່ແປກໃຈເລີຍວ່າເປັນຫຍັງຫຼາຍຄົນໃນວົງການຮິບຮັອບລາວໂດຍສະເພາະແຣັປເປີລາວຈຶ່ງພາກັນແຊເພງນີ້ຕາມກັນໄປເພາະເດັກຫຼຽວໂຕບໍ່ໄດ້ມາຫຼິ້ນໆ ໂດຍ: ທີມບັນນາທິການ Muan