ຖ້າທຸກຄົນລອງພິມຄຳວ່າ Moodeng ໃນ Google ຕອນນີ້… ທຸກຄົນຈະຕ້ອງປະຫຼາດໃຈ ເພາະເທິງໜ້າຈໍຈະມີ ຮິບໂປແຄະໂຕມົນໆໜ້າຮັກໆແລ່ນດຸກດິກໄປມາ. ຮິບໂປນ້ອຍໂຕນີ້ບໍ່ແມ່ນໃຜອື່ນໄກ ແຕ່ເປັນດາລາສາວຈາກໄທ ນາມວ່າ “ໝູເດັ້ງ” ຮິບໂປແຄະຂວັນໃຈຄົນໄທ ທີ່ກຳລັງສ້າງຄວາມສຸກຈົນກາຍເປັນປາກົດການລະດັບໂລກ. ຮູ້ຈັກ “ໝູເດັ້ງ” ຮິບໂປແຄະສຸດໜ້າຮັກທີ່ຫຼາຍຄົນຫຼົງຮັກ ໝູເດັ້ງ ເປັນຮິບໂປແຄະທີ່ອາໄສຢູ່ໃນສວນສັດເປີດເຂົາຂຽວ ປະເທດໄທ ມີອາຍຸພຽງ 4 ເດືອນປາຍ...