ໜ້າຫຼັກ ເພງທຳອິດ

ເພງທຳອິດ

1 ບົດຄວາມ
Muan Listen - ມ່ວນຊວນຟັງ

Phayu ThiLasath ກັບ single ທຳອິດທີ່ແຟນໆໃຈຈົດໃຈຈໍກັບເພງ ເຈັບບໍ່ເຄີຍຈຳ

ຫຼັງຈາກທີ່ເກັບໂຕກັບຄ້າຍມາ1ປີ ໃນທີ່ສຸດມື້ນີ້ກໍມາເຖິງ Phayu Thilasath ໜຸ່ມສຽງຫຼໍ່ຈາກຫຼວງພະບາງໄດ້ອອກ single ເພງທຳອິດແລ້ວ. ບັນດາແຟນຄລັບເອັບຊີທັ້ງຫຼາຍບໍ່ຕ້ອງຖ້າອີກຕໍ່ໄປກັບເພງ ”ເຈັບບໍ່ເຄີຍຈຳ” ທັ້ງທີ່ຮູ້ວ່າເຈັບແຕ່ກໍບໍ່ຈື. ເປີດໂຕ MV ມາກໍຖ່າຍທອດຄວາມເຈັບເຮີດກຸມຮາດດ້ວຍເນື້ອເພງທີ່ເວົ້າເຖິງການສູນເສຍຄວາມຮັກທີ່ບໍ່ສົມຫວັງຜ່ານຄວາມລຽບງ່າຍແຕ່ຊົງພະລັງໃນການສື່ອາລົມທີ່ເຕັມໄປດ້ວຍຄວາມຮູ້ສຶກຂອງການຢຶດຕິດກັບອະດີດ ແລະ ຄວາມຮັກທີ່ເບິ່ງຄືວ່າຮັກຄັ້ງນີ້ຈະບໍ່ວັນກັບມາໄດ້ເລີຍ. ແນວເພງສະຕີງລາວມູດດົນຕີທີ່ຊ້າແຕ່ໜັກແໜ້ນທຸກໂນດພ້ອມຊ່ວງກີ່ຕ້າທີ່ໂຊໂລຈັບໃຈເອົາຈົນຜູ້ຟັງຢ່າງເຮົາອົດຄິດຮອດຫາເພງສະຕິງລາວຫຼາຍໆເພງໃນຍຸກວັນວານບໍ່ໄດ້ເລີຍ. ເຊື່ອວ່າເພງນີ້ໜ້າຈະເຊື່ອມໂຍງຄວາມຮູ້ສຶກກັບຜູ້ຟັງໄດ້ເພງຢ່າງດີເນື້ອເພງທີ່ຈື່ງ່າຍຟັງຮອບດຽວກໍພ້ອມຈັບໄມມາຮ້ອງໄດ້ເລີຍ. ໂດຍ: ທີມບັນນາທິການ Muan

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.