ໃຜໆກໍລ້ວນແຕ່ຢາກພົບຄວາມຮັກທີ່ດີ ຮັກທີ່ສົມຫວັງກັບຄົນທີ່ເຮົາຮັກ ແລ້ວຈະຮູ້ໄດ້ແນວໃດລະວ່າຜູ້ນີ້ແມ່ນແລ້ວເຮົາຈະສາມາດຝາກຊີວິດນໍາເຂົາໄດ້, ຜູ້ນີ້ແຫຼະຄືພໍ່ຂອງລູກ ຫຼື ແມ່ຂອງລູກ ແລະ ຜູ້ນີ້ແຫຼະທີ່ເຮົາຈະແຕ່ງດອງນໍາ. ຂໍພອນແລ້ວພົບເລີຍກໍຄົງຈະດີ ກະຫັນແຫຼະເນາະຄົນທີ່ແມ່ນຄົນທີ່ຈະມາສ້າງຄອບຄົວນຳເຮົາມັນບໍ່ໄດ້ຫາຊື້ມາໄດ້ງ່າຍໆຄືສິນຄ້າທີ່ຂາຍຮ້ານສະດວກຊື້ ສະນັ້ນກໍຕ້ອງເບິ່ງໆກັນໄປໃຫ້ເວລາ ແລະ ຄວາມຮູ້ສຶກໄດ້ພິສູດວ່າເຂົ້າກັນໄດ້ແທ້ບໍ ຢາກຢູ່ນຳຜູ້ນີ້ໄປຕະຫຼອດຊີວິດບໍ?, ມື້ນີ້ເພື່ອໃຫ້ທຸກຄົນໄດ້ຮູ້ໃຈໂຕເອງ, ໝັ້ນໃຈ ແລະ ສາມາດສັງເກດໄດ້ວ່າຜູ້ນີ້ແຫຼະ ຜູ້ທີ່ກຳລັງຄົບຢູ່ນີ້ລະແມ່ນແລ້ວ ເຮົາຮັກ ແລະ ຢາກຢູ່ນໍາຜູ້ນີ້ ມ່ວນເລີຍມີ...