ການເປັນແຟນຄລັບ ຫຼື “ຕິ່ງ” ສິລະປິນທີ່ເຮົາມັກ ເປັນຫຼາຍກວ່າການຕິດຕາມຜົນງານ ຫຼາຍຄັ້ງມັນສ້າງແຮງບັນດານໃຈ, ເປັນທີ່ເພິ່ງພາທາງໃຈ ແລະ ເປັນສ່ວນໜຶ່ງຂອງການໃຊ້ຊີວິດຢ່າງມີຄວາມສຸກ. ຫຼາຍຄັ້ງທີ່ເຮົາໄດ້ຍິນຄຳເວົ້າຈາກຄົນອ້ອມໂຕ ເຊັ່ນ: “ເປັນຫຍັງຈຶ່ງຕ້ອງຕິດຕາມຂະໜາດນັ້ນ?” ຫຼື “ມັນໄຮ້ສາລະໂພດຕິເບາະ?” ເຊິ່ງຄຳເວົ້າເຫຼົ່ານີ້ ອາດເຮັດໃຫ້ເຮົາຮູ້ສຶກບໍ່ໝັ້ນໃຈ ແລະ ເລີ່ມຕັ້ງຄຳຖາມກັບສິ່ງທີ່ເຮົາຮັກ. ແນວໃດກໍຕາມ ການເປັນແຟນຄລັບເປັນເລື່ອງຄວາມສຸກສ່ວນຕົວ. ການມີຄວາມສຸກຖືເປັນເລື່ອງທີ່ໄຮ້ສາລະຂະໜາດນັ້ນບໍ່? ຊີວິດນັ້ນສັ້ນເກີນກວ່າທີ່ຈະບໍ່ເຮັດໃນສິ່ງທີ່ເຮົາຮັກ ເຮົາບໍ່ຮູ້ວ່າຊີວິດເຮົາໃນມື້ອື່ນຈະເປັນແນວໃດ...