ການແຕ່ງດອງ ເປັນເລື່ອງໃຫຍ່ສຳລັບຫຼາຍໆຄົນ ໂດຍສະເພາະໄວເຮັດວຽກຄືເຮົາທີ່ກຳລັງຈະພາໂຕເອງກ້າວໄປສູ່ອີກບົດໜຶ່ງຂອງຊີວິດ, ເພາະງານແຕ່ງດອງບໍ່ແມ່ນພຽງແຕ່ພິທີທີ່ເຮົາຈັດຂຶ້ນມາເພື່ອໃຫ້ຄົນມາຮ່ວມຍິນດີແລ້ວກິນເຂົ້າກັນເສີຍໆ ແຕ່ມັນເປັນໂມເມັ້ນທີ່ບອກວ່າ ເຮົາ ແລະ ອີກຄົນໜຶ່ງຈະເລືອກຍ່າງໄປນຳກັນແລ້ວເດີ. ສຳລັບຄົນຮຸ່ນໃໝ່, ງານແຕ່ງດອງອາດຈະບໍ່ຕ້ອງຍິ່ງໃຫຍ່ຄືກັບສະໄໝກ່ອນ ແຕ່ມັນຄືການສະເຫຼີມສະຫຼອງຄວາມຮັກໃນແບບຂອງເຮົາເອງ ບໍ່ວ່າຈະຮຽບງ່າຍ ຫຼື ຈັດເຕັມ ມັນເປັນມື້ທີ່ເຮົາບອກກັບໂຕເອງ ກັບຄູ່ຊີວິດ ແລະ ກັບຄົນອ້ອມຂ້າງວ່າ ຄວາມສຳພັນນີ້ມັນພິເສດອີ່ຫຼີ. ນອກຈາກນີ້ ງານແຕ່ງດອງຍັງເປັນຄືກັບຈຸດເລີ່ມຕົ້ນຂອງການສ້າງຄອບຄົວ (ຫຼື ຢ່າງໜ້ອຍກໍຄືການໃຊ້ຊີວິດຄູ່ຢ່າງຈິງຈັງ)...