ສົ່ງທ້າຍປີດ້ວຍເພງໃໝ່ຢ່າງ “ຄົງໄດ້ແຕ່ມອງ” ຮ້ອງໂດຍທີມລູກເຂີຍໃສ່ມອງ, ເຊິ່ງເພງນີ້ກໍມີສະມາຊິກຢ່າງ SOPHANA, GX2 ແລະ T’JAME ມາລວມຕົວກັນເພື່ອໃຫ້ແຟນເພງເຊົາຄິດຮອດກັນໄປຫຼາຍແດ່. ທີໃລູກເຂີຍໃສ່ມອງເປັນເຈົ້າຂອງເພງດັງຮິດຕິດຫູຫຼາຍໆເພງ ແລະ ມີຍອດວິວໃນຍູທູບສູງເຖິງ 100 ລ້ານວິວເຊັ່ນເພງ: ຢາກເປັນລູກເຂີຍ, ພໍ່ແມ່ອ້າຍຖາມຫາ, ແພງອ້າຍ ແລະ ອື່ນໆ. ເພງ ຄົງໄດ້ແຕ່ມອງ ເປັນເພງທີ່ໃຫ້ອາລົມຟັງໄດ້ສະບາຍໆຕາມສະໄຕລ໌ແນວເພງຂອງລູກເຂີຍໃສ່ມອງດ້ວຍເພງທຳນອງທີ່ຕິດຫູຮ້ອງຕາມໄດ້ງ່າຍເຮັດໃຫ້ເຂົ້າເຖິງແຟນເພງໄດ້. ເອັມວີຍັງໄດ້...