ເຄີຍສົງໄສບໍ່ວ່າ ບາງຄັ້ງຄົນເຮົາກໍຕົກຫຼຸມຮັກກັນໄດ້ຈາກເລື່ອງເລັກນ້ອຍໆທີ່ເບິ່ງຄືບໍ່ຫຍັງຫຼາຍ. ບໍ່ຕ້ອງເຖິງຂັ້ນໃຫ້ດອກໄມ້ຊໍ່ໃຫຍ່ ຫຼື ພາໄປດິນເນີພາຍໃຕ້ແສງທຽນທີ່ແສນໂຣແມນຕິກ, ພຽງແຕ່ການກະທຳເັລກໆນ້ອຍໆທີ່ເອີ້ນວ່າ “Micro-mance” ກໍສາມາດຈຸດປະກາຍຄວາມຮູ້ສຶກດີໆໃນໃຈຂອງເຮົາໄດ້ແລ້ວ. Micro-mance ຄືຊ່ວງເວລາເລັກນ້ອຍທີ່ສະແດງເຖິງຄວາມໃສ່ໃຈ, ຄວາມໜ້າຮັກ ແລະ ຄວາມຈິງໃຈ ບໍ່ວ່າຈະເປັນການສົ່ງຂໍ້ຄວາມຫ່ວງໃຍຕອນເຊົ້າ, ການຈື່ໄດ້ວ່າເຂົາມັກກິນຫຍັງ ຫຼື ແມ່ນແຕ່ຮອຍຍິ້ມທີ່ສົ່ງໃຫ້ກັນໃນຈັງຫວະທີ່ເຂົາຜູ້ນັ້ນຕ້ອງການກຳລັງໃຈ. ມັນອາດຈະເບິ່ງຄືເປັນເລື່ອງທຳມະດາ ແຕ່ຖ້າເຮັດຖືກຈັງຫວະ ຮັບຮອງວ່າເຂົາຕ້ອງແອບຍິ້ມໃນໃຈຢ່າງແນ່ນອນ. ແຕ່ດຽວກ່ອນ! ການເຮັດ Micro-mance...
ຄູ່ຮັກໃນທຸກມື້ນີ້ສ່ວນໃຫຍ່ແມ່ນນິຍົມລົມກັນ, ຈີບກັນຜ່ານທາງແຊັດ ແລະ ບັນຫາທີ່ຕາມມາກໍຄື ຄູ່ສົນທະນາ ມັກຈະຕອບແຊັດຊ້າ ຫຼື ບາງເທື່ອກໍເມີນຂໍ້ຄວາມຂອງເຮົາກໍມີ, ສະນັ້ນມື້ນີ້ມ່ວນຈະມາເຜີຍແຜ່ 5 ເຄັດເກືອບລັບທີ່ເຮັດໃຫ້ຄູ່ສົນທະນາຂອງເຮົາບິນມາຕອບແຊັດ ໃຜທີ່ກຳລັງເຈິບັນຫານີ້ຕ້ອງອ່ານແລ້ວເອົາໄປລອງ! 1. ເມີນໃສ່ຄືນເຮັດບໍ່ສົນໃຈ. ເປັນປົກກະຕິຂອງຄົນເຮົາທີ່ຈະບໍ່ມັກໃຫ້ຄົນອື່ນມາໄລ່ມາຕາມ ແຕ່ວ່າ ມັກເປັນຝ່າຍທີ່ຈະໄລ່ຄົນອື່ນຫຼາຍກວ່າ, ສະນັ້ນວິທີນີ້ເປັນວິທີທີ່ໜ້າສົນໃຈ ແຕ່ກໍຢາກໃຫ້ເຂົ້າໃຈວ່າວິທີນີ້ບໍ່ໄດ້ເໝາະສຳລັບທຸກຄົນ. 2. ລອງສົ່ງຮູບ ຫຼື Meme....
ຮູ້ສຶກບໍ່ວ່າເຮົາເອງ ຫຼື ໝູ່ເຮົາ ມັກຈະມີຄົນລົມໃຫມ່ທີ່ມີນິໄສ, ຮູບຮ່າງ, ບຸກຂະລິກ ທີ່ຄ້າຍຄືກັບແຟນເກົ່າ, ຄົນລົມເກົ່າ ບາງເທື່ອກໍແມ່ນຄົນທີ່ເຄີຍແອບມັກມາດົນ ບໍ່ກະຮັກຄັ້ງທໍາອິດ. ຜົນວິໄຈຈາກ ມະຫາວິທະຍາໄລໂຕຣອນໂຕ (University of Toronto) ໄດ້ບອກວ່າ ຄົນເຮົາມັກຈະເລືອກຄົບຕາມຄວາມມັກສະເພາະໂຕ ແລະ ມັກຈະຖືກດຶງດູດເຂົ້າຫາຄົນປະເພດດຽວກັນແບບຊໍ້າໆໃນເກືອບທຸກໂອກາດ. ຈາກການເກັບຂໍ້ມູນຂອງງານວິໄຈ ທີ່ໄດ້ສອບຖາມກຸ່ມຄົນທີ່ມີປະສົບການຄວາມຮັກມາຫຼາຍກວ່າ 1 ຄັ້ງພົບວ່າ,...
ໃຜທີ່ມີສະເປັກເປັນຄົນທີ່ມີບຸກຄະລິກທີ່ມີຄວາມໜ້າຮັກສົດໃສ, ດື້ໆ ແລະ ມັກອ້ອນ ຫຼື ເອີ້ນງ່າຍໆວ່າ “ໄທປ໌ໝາເດັກ”. ເພາະຄົນທີ່ບຸກຄະລິກແບບນີ້ເວລາທີ່ໄດ້ຢູ່ນຳກັນຈະເຮັດໃຫ້ຮູ້ສຶກສະບາຍໃຈ, ຜ່ອນຄາຍ, ມ່ວນຊື່ນ ແລະ ອົບອຸ່ນໃນເວລາດຽວກັນ. ບໍ່ຕ້ອງແປກໃຈເລີຍວ່າເປັນຫຍັງຫຼາຍຄົນເຖິງມັກຄົນບຸກຄະລິກ ຫຼື ສະໄຕລ໌ນີ້. ໝາເດັກຂອງເຈົ້າເຖິງຈະເປັນປະເພດຄົນງ່າຍໆສະບາຍໆ, ແຕ່ທຸກຄວາມສຳພັນກໍຕ້ອງມີການຜິດຖຽງ ແລະ ບໍ່ເຂົ້າໃຈກັນເປັນທຳມະດາ ແລະ ເຈົ້າຈະຈັດການບັນຫາຄວາມຂັດແຍ້ງນີ້ໄດ້ແນວໃດ? ມື້ນີ້ມ່ວນມີວິທີດູແລໝາເດັກ ແລະ...