ໜ້າຫຼັກ ຂອງມັນຕ້ອງມີ

ຂອງມັນຕ້ອງມີ

1 ບົດຄວາມ
Muan RelationTips

ເມື່ອເຈົ້າເປັນນັກຊ໊ອບປິ້ງຕົວຍົງ “ເພາະຂອງມັນຕ້ອງມີ” ຢາກຢຸດຊື້ຄວນເຮັດແນວໃດດີ?

ຄົນສ່ວນໃຫຍ່ຕ້ອງພົບເຫດການແບບນີ້ເມື່ອເງິນເດືອນອອກກໍຕັ້ງໃຈຈະທ້ອນເກັບໄວ້, ແຕ່ພໍເຫັນສິ່ງທີ່ຢາກໄດ້ກໍຢາກຊື້ຂຶ້ນມາທັນທີກົດໂອນຈ່າຍ ຫຼື ກົດສັ່ງຊື້ໄປດ້ວຍອາລົມຊົ່ວວູບ. ພຽງເປັບດຽວເງິນໃນບັນຊີກໍ່ຫາຍໄປກ້ອນໃຫຍ່ປານບັນຊີມ້າ, ເຊິ່ງພຶດຕິກຳແບບນີ້ກໍບໍ່ເຄີຍເຮັດໃຫ້ຫຼາບຈຳຈັກເທື່ອທັງໆທີ່ຊ໊ອດມັນທຸກເດືອນ ແລະ ເອົາເງິນອານາຄົດມາໃຊ້ກ່ອນຕະຫຼອດ. ມັກຊື້ເຄື່ອງມາແລ້ວກໍບໍ່ໄດ້ໃຊ້ປະໂຫຍດຈົນມາເສຍດາຍເງິນນຳຫຼັງ, ເຮົາລອງຫາວິທີງ່າຍໆທີ່ຊະຊ່ວຍໃຫ້ພຶດຕິກຳນີ້ໃຫ້ດີຂຶ້ນກັນດີກວ່າເພື່ອຢຸດບັນຫາ ”ຂອງມັນຕ້ອງມີ”. 1. ຄິດທົບທວນໃຫ້ດີກ່ອນຊື້ ກ່ອນຈະຊື້ຫຍັງໃຫ້ຄິດດີໆກ່ອນວ່າຈຳເປັນບໍ່ ແລະ ເຮົາຈະໄດ້ໃຊ້ສິ່ງນັ້ນແທ້ໆຫວາ? ຖ້າຢາກໄດ້ແທ້ໆກໍໃຫ້ອົດທົນຈົນຮອດ 30 ມື້, ຖ້າຍັງຢາກໄດ້ຢູ່ກໍຈຶ່ງຕັດສິນໃຈຊື້. 2. ຈົດລາຍຊື່ເຄື່ອງທີ່ຈຳເປັນ ໃຫ້ຈົດລາຍການທີ່ຈຳເປັນກ່ອນທີ່ຈະເຂົ້າຫ້າງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.