“ເຖິງຮັກກັນເທົ່າໃດ ແຕ່ມັນຕ້ອງມີຈັກວັນ ທີ່ເຮົາສອງຄົນຈະຈາກລາ” ໜຶ່ງໃນທ່ອນຮ້ອງຈາກເພງ “ຮູ້ຈັກເພື່ອຈາກລາ” ຮ້ອງໂດຍສິລະປິນ BAY6IX & LALA ft. เรนิษรา ເປັນທ່ອນຮ້ອງທີ່ຕິດຫູຫຼາຍສຳລັບເພງໃໝ່ຈາກສິລະປິນ BAY6IX & LALA ທີ່ມີເພງດັງຢ່າງ “ຕື່ນຈາກຝັນ” ເຊິ່ງປັດຈຸບັນມີຄົນຟັງຫຼາຍກວ່າ 185 ລ້ານວິວໃນຍູທູບ. ການກັບມາໃນຄັ້ງນີ້ຍັງເຮັດແຟນເພງຕື່ນເຕັ້ນຫຼາຍເພາະໄດ້ພະເອກເອັມວີຢ່າງ ຊານົນ ມະນີຜົນ (ຮອງອັນດັບ 4...