
ບໍ່ຜ່ານມາເທົ່າໃດເດືອນນີ້ວົງການຖ່າຍພາບກໍໄດ້ເປັນທີ່ໜ້າຍິນດີ ເພາະໄດ້ມີຊ່າງພາບອິດສະລະໜຸ່ມຈາກລາວເຮົາໄດ້ຄວ້າລາງວັນການຖ່າຍຮູບພາບແນວ Street ສາຂາ Highly Commended Award ຈາກ London ປະເທດອັງກິດ.
ທ້າວ ອານູຄິດ ຄິດສະວັດ ຊື່ຫຼີ້ນ: Mon ອາຍຸ 28 ປີ ອາຊີບອິສະລະເປັນຄົນ introvert ແຕ່ມັກ active ອອກກິດຈະກຳເຊັ່ນ: ຫຼິ້ນເທັນນິສ, ຕີມວຍ, ຕີແບັດ ແລະ ເຮັດກາບຝິກ.
ຈຸດເລີ່ມຕົ້ນຂອງເລື່ອງທັ້ງໝົດເລີ່ມຈາກມັກຖ່າຍຮູບກັບພໍ່ຕັ້ງແຕ່ນ້ອຍ. ສ່ວນຫຼາຍພໍ່ມັກຈະມີກ້ອງຕິດໂຕຢູ່ຕະຫຼອດນັ້ນເປັນຈຸດເລີ່ມຕົນທີ່ເຮັດໃຫ້ມີຄວາມສົນໃຈໃນການຖ່າຍຮູບ. ໃນຊ່ວງຢູ່ມັດທະຍົມໄດ້ມີໂອກາດໄດ້ຮ່ວມກິດຈະກຳການແຂ່ງຂັນຖ່າຍພາບຢູ່ New York ທີ່ເປັນໂຄງການກິດຈະກຳຂອງໂຮງຮຽນ. ແລະ ໄດ້ຮັບລາງວັນຊົມເຊີຍ ຫຼັງຈາກຮຽນຈົບກໍໄດ້ໄປຮຽນຕໍ່ຢູ່ຕ່າງປະເທດ. ເປັນຊ່ວງທີ່ເລີ່ມເອົາດີທາງການຖ່າຍພາບຢ່າງຈິງຈັງ. ໂດຍການຮຽນພວກພືີນຖານດ້ວຍໂຕເອງເປັນຕົ້ນແມ່ນພວກການຈັດອົງປະກອບຕ່າງໆຂອງມຸມກ້ອງການເລົ່າເລື່ອງດ້ວຍການເຟິກຝົນເທັກນິກຕ່າງໆຢ່າງສະໝ່ຳສະເໝີ. ນອກຈາກການຖ່າຍຮູບກໍຈະເປັນການຫຼິ້ນດົນເຊັ່ນ: ກີ່ຕ້າ ແລະ ເປຍໂນ ເພາະຮູ້ສຶກມັກ ແລະ ຜ່ອນຄາຍ.

ສຳການຖ່າຍຮູບໃນແບບຂອງ Mon ເອີ້ນວ່າ ສຕຼີດ (ການຖ່າຍຕາມທ້ອງຖະໜົນ)

ຊ່າງພາບໃນດວງໃຈແມ່ນ Henri Cartier-Bresson ເປັນຊາວຝຣັ່ງ ຊ່າງທີ່ຖ່າຍທອດແກ່ນແທ້ຂອງຊີວິດປະຈຳວັນຂອງຜູ້ຄົນໄດ້ດີ. ມີອິດທິພົນຕໍ່ແນວທາງໃນການຖ່າຍຮູບຂອງລາວຫຼາຍ.

ອີກຊ່າງພາບທີ່ຊື່ນຊົມແມ່ນ Alan Schaller ຊ່າງພາບຊາວອັງກິດທີ່ດົງດັງໃນພາບຂາວດຳອັນໂດດເດັ່ນ ດ້ວຍວິທີການແຍກວັດຖຸອອກຈາກສະພາບແວ້ດລ້ອມເຮັດໃຫ້ພາບອອກມາຕິດຕາຕິດ ແລະສ້າງແຮງບັນດາໃຈ.

ການເລົ່າເລື່ອງຜ່ານພາບໃນຄວາມໝາຍຂອງ Mon ຄືການກະຕຸ້ນຄວາມຮູ້ສຶກ ແລະ ການເຊື່ອຕໍ່ກັນ. ສຳລັບການຖ່າຍຮູບໃນແນວສຕຼີດແລ້ວເປັນສິ່ງທີ່ຖ້າທ້າຍສຳລັບຊ່າງພາບເພາະໃນຕົວເມືອງທີ່ເຕັມໄປດ້ວຍຄວາມວຸ້ນວາຍກະແຈສຳຄັນຄືເຮົາຈະຕ້ອງຫາຈຸດສົມດຸນໃນຄວາມທີ່ບໍ່ສົມດຸນແລ້ວຖ່າຍທອດມັນອອກມາຜ່ານເລື່ອງລາວນັ້ນ.

[ຮູບພາບທີ່ໄດ້ຮັບລາງວັນ Highly Commended Award]
ຄວາມຮູ້ສຶກເມື່ອຮູ້ວ່າຕົນເອງໄດ້ຮັບລາງວັນແມ່ນມີຄວາມພູມໃຈຢ່າງຍິ່ງເພາະເປັນຜົນມາຈາກການທຸ້ມເທຝຶກຝົນມາຕະຫຼອດປີ. ອີກສິ່ງທີ່ເຮັດໃຫ້ຄວາມສຳເລັດນີ້ພິເສດຍິ່ງຂື້ນໄປອີກກໍຄືຜົນງານນີ້ໄດ້ຈັດວ່າງສະແດງໃນລອນດອນຮ່ວມກັບຜູ້ຊະນະອື່ນໆເຊິ່ງເປັນສິ່ງທີ່ຕື່ນເຕັ້ນຫຼາຍ.
ປັດໄຈສຳຄັນທີ່ເຮັດໃຫ້ໄດ້ຮັບວັນນີ້ສ່ວນຕົວເຊື່ອວ່າມາຈາກໂທນສີ ແລະ ອົງປະກອບຕ່າງໆໃນພາບມີຄວາມກົມກືນກັນບໍ່ວ່າຈະເປັນນາມມະທຳ, ມູດອາລົມ, ໂທນສີ ແລະ ຕົວແບບທີ່ຊັດເຈນເຊິ່ງເຮັດໃຫ້ພາບໜ້າສົນໃຈ.

ເພື່ອພັດທະນາຕົວເອງຢາກຝຶກໃນເລື່ອງການເຂົ້າຫາຜູ້ຄົນຕາມທ້ອງຖະໜົນໄດ້ງ່າຍ ແລະ ຮູ້ສຶກສະບາຍໃຈ ເພື່ອຖ່າຍພາບ ແລະ ເລົ່າເລື່ອງລາວທີ່ໜ້າສົນອອກມາໄດ້ດີຕື່ມອີກ. ສ່ວນຕົວຢາກໃຫ້ການຖ່າຍພາບສຈຼີໄດ້ຮັບການຍອມຮັບຫຼາຍຂື້ນໃນລະດັບນານາຊາດ ໃນຍຸກທີ່ມີແພຼັດຟອມ ແລະ ໂອກາດຫຼາຍຂື້ນສຳລັບຊ່າງພາບໃນການຈັດສະແດງຜົນງານຈະຊ່ວຍໃຫ້ຮູບແບບສິລະປະນີ້ພັດທະນາໄດ້ດີຂື້ນ.
ສຳລັບຄຳເນະນຳແມ່ນຢາກໃຫ້ມີໄອ້ເດຍທີ່ຊັດເຈນສີ່ງທີ່ຢາກຖ່າຍກ່ອນທີ່ຈະອອກໄປຖ່າຍ ອາດຈະເລີ່ມຈາກຊອກຫາພາບຕົວຢ່າງທີ່ເປັນ references. ສຶກສາຮຽນຮູ້ຈາກຊ່າງພາບທີ່ເຈົ້າຊື່ນຊົມ ວິເຄາະອົງປະກອບເທັກນິກການເລົ່າເລື່ອງ. ຫຼີກລ້ຽງການເດີນທາງໄປມາໂດຍຄາດຫວັງວ່າຈະມີຫຍັງໜ້າສົນໃຈເກີດຂື້ນ. ຕັ້ງໃຈໃນການຖ່າຍທີ່ສຳຄັນຝຶກຝົນ, ຖອມຕົນ ແລະ ບໍ່ຢຸດທີ່ຈະຮຽນຮູ້.
ຕິດຕາມຜົນງານໄດ້ທີ່:
https://www.instagram.com/monventure?igsh=em56NmlkZnJqa2du&utm_source=qr
ໂດຍ: ທີມບັນາທິການມ່ວນ