ເວລາມີບັນຫາບາງຢ່າງເກີດຂື້ນ ບໍ່ວ່າຈະເປັນເລື່ອງນ້ອຍ ຫຼື ເລື່ອງໃຫຍ່, ມັນລ້ວນກະທົບຈິດໃຈຂອງເຮົາໄດ້ງ່າຍໆ ເພາະຄົນເຮົານັ້ນມີສະພາວະທາງດ້ານອາລົມໃນການແບກຮັບຄວາມກົດດັນໄດ້ບໍ່ເທົ່າກັນ ແລະ ນັ້ນເປັນສາເຫດທີ່ພວກເຮົານັ້ນຄວນຕ້ອງກັບມາດູແລ ແລະ ຮັກສາສຸຂະພາບຈິດໃຫ້ດີ ເພື່ອຕົວເອງນັ້ນຈະໄດ້ມີຄວາມສຸກໃນທຸກມື້. ພວກເຮົາລອງມາ Check ສຸຂະພາບຈິດໃຈດ້ວຍຕົວເອງກ່ອນ ເລີ່ມຈາກຄຳຖາມງ່າຍໆເຫຼົ່ານີ້ເບິ່ງເດີ ຖ້າເຈົ້າຕອບວ່າ “ບໍ່ແນ່ໃຈ” ຫຼື “ບໍ່ດີເລີຍ” ນັ້ນໝາຍຄວາມວ່າເຈົ້າຕ້ອງເລີ່ມໃຫ້ເວລາກັບໃຈຕົວເອງຫຼາຍຂຶ້ນແລ້ວ. ວິທີດູແລສຸຂະພາບຈິດຕົວເອງເວລາເຈິເລື່ອງທີ່ເຮັດໃຫ້ຜິດຫວັງ ຍອມຮັບຄວາມຮູ້ສຶກຂອງຕົນເອງຖ້າເຈົ້າກຳລັງຜິດຫວັງ, ເສຍໃຈ...
ກັບມາເພື່ອຫຍັງ? ຫາຍໄປຢູ່ໆກັບມາບອກ ຄິດຮອດ ເຮັດຄືບໍ່ມີຫຍັງເກີດຂຶ້ນ ພຶດຕິກຳນີ້ເອີ້ນວ່າ Zombieing
ວັນຢຸດຍາວຜ່ານໄປ ຮູ້ສຶກເສົ້າເບື່ອບໍ່ຢາກເຮັດຫຍັງ Check ເບິ່ງວ່າເຮົາເປັນ Post Holiday Blue?
ແຜ່ນດິນໄຫວເປັນໄພພິບັດທາງທຳມະຊາດທີ່ອາດເກີດຂຶ້ນໂດຍທີ່ເຮົາບໍ່ຄາດຄິດ ແລະ ນອກຈາກຈະສົ່ງຜົນກະທົບຕໍ່ຮ່າງກາຍ ແລະ ຊັບສິນແລ້ວ, ຍັງອາດກະທົບຕໍ່ສຸຂະພາບຈິດໃຈຂອງຜູ້ປະສົບໄພໄດ້ອີກ. ຄວາມເຄັ່ງຕຶງ, ຄວາມຢ້ານກົວ ແລະ ຄວາມຮູ້ສຶກສູນເສຍອາດເກີດຂຶ້ນໄດ້ ທັງໃນລະຫວ່າງ ແລະ ຫຼັງເຫດການ. ດັ່ງນັ້ນ, ການຮູ້ວິທີຮັບມືຢ່າງເໝາະສົມ ທັງໃນຂະນະທີ່ເກີດແຜ່ນດິນໄຫວ ແລະ ຫຼັງຈາກນັ້ນ, ຈະຊ່ວຍຫຼຸດຜົນກະທົບຕໍ່ຈິດໃຈ ແລະ ເຮັດໃຫ້ເຮົາກັບມາໃຊ້ຊີວິດໄດ້ຕາມປົກກະຕິໄວຂຶ້ນ. ຕໍ່ໄປນີ້ແມ່ນສິ່ງທີ່ຄວນເຮັດເມື່ອເກີດແຜ່ນດິນໄຫວ ການເບິ່ງແຍງສຸຂະພາບຈິດຫຼັງແຜ່ນດິນໄຫວ...
ກົດໃຈໃຫ້ Story ເຈົ້າຕະຫຼອດ ແຕ່ເຂົ້າໄປສ່ອງພົບວ່າ “ເຂົາມີແຟນຢູ່ແລ້ວ” ຫຼື ວ່າເຈົ້າກຳລັງຕົກເປັນເປົ້າໝາຍຂອງການອ່ອຍແບບ Micro-Cheating ຢູ່ບໍນະ?
ໜ້າສົນໃຈແທ້ຫວາ? ຫຼື ວ່າເຮົາກຳລັງຄິດໄປເອງ ເກີດອາການວິຕົກກັງວົນວ່າຄົນອ້ອມຂ້າງກຳລັງເວົ້າເຖິງ ສ່ອງພຶດຕິກຳຂອງອາການ Paranoia
ຢຸດເປັນຄົນ Self Esteem ຕ່ຳ ທີ່ໃຜບອກວ່າດີ ເຈົ້າກໍເຮັດຕາມທັງໆທີ່ບໍ່ມັກ ລອງສ້າງຄວາມພໍໃຈ ແລະ ໝັ້ນໃຈໃນຄຸນຄ່າດ້ວຍຕົວເຈົ້າເອງ
ເລື່ອງຂອງ Gen Z ເນາະ ມັນຄືກັບສະໜາມອາລົມໃນໂລກອອນລາຍແທ້ໆ ເພາະພວກເຂົາເຕີບໃຫຍ່ມາກັບໂລກດິຈິຕອລ ມີມຸມມອງທີ່ແຕກຕ່າງຈາກຄົນຮຸ່ນກ່ອນໆ ມັກຫຍັງທີ່ຫຼາກຫຼາຍ ເທົ່າທຽມກັນສຸດໆ ແລະ ກ້າສະແດງອອກຫຼາຍ ໃຊ້ໂຊຊຽວມີເດຍເປັນບ່ອນລະບາຍຄວາມຄິດແບບບໍ່ປິດບັງ. ບາງເທື່ອກໍເບິ່ງແຮງໄປແດ່ຈັກໜ້ອຍ ຈົນເຮັດໃຫ້ຄົນຮຸ່ນເກົ່າຄິດວ່າ ບໍ່ເໝາະສົມ ແຖມຍັງຮູ້ສຶກງ່າຍກັບເລື່ອງສັງຄົມສຸດໆ ບໍ່ວ່າຈະເປັນ ເລື່ອງສິ່ງແວດລ້ອມ ຫຼື ສິດທິມະນຸດ, ຮຽກຮ້ອງການປ່ຽນແປງຈົນບາງທີກໍຂັດແຍ່ງກັບຄົນທີ່ຄິດບໍ່ຄືກັນ. ສິ່ງທີ່ສຳຄັນກວ່ານັ້ນ ພວກເຂົາມັກສະແດງຕົວຕົນແບບເປີດເຜີຍ...